ທຳມະຊາດ ຕາດນ້ຳແຮງ ອີກໜຶ່ງສະຖານທີສວຍງາມຂອງເມືອງຮຸ່ນ.
ຕາມການເລົ່າຕໍ່ໆມາລຸ້ນຕໍ່ລຸ້ນວ່າ ຕາດນ້ຳແຮງ ຕາດທີ່ມີຄວາມງາມເປັນເລີດ ຈົນມີຄວາມພັງເພີຍວ່າ “ເງິນສາມຜືນສາດບໍ່ທໍ່ຕາດນ້ຳແຮງ”. ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທດສະບານເມືອງຮຸນ ປະມານ 24 ກິໂລແມັດ, ເສັ້ນທາງປູຢາງ 4 ກິໂລແມັດ, ຈາກນັ້ນເຂົ້າໄປເປັນເສັ້ນທາງຍົກລະດັບປູຫີນແຮ່ ແລະ ດິນແດງ ທຽວໄດ້ໃນລະດູແລ້ງເທົ່ານັ້ນ.
ພາບ: www.allinlaos.comທ່າແຮງຂອງຕາດ ເປັນແຫຼງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງຂອງ ເມືອງຮຸນ ອຸດົມສົນບູນດ້ວຍທຳມະຊາດ, ຊີວະນາໆພັນ. ລັກສະນະຂອງຕາດໄດ້ປະກອບມີຫຼາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປ, ແຕ່ລະພັກສາມາດລົງຫຼິ້ນອາບນ້ຳໄດ້. ນອກຈາກນີ້ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການຜະລິດກະສິກຳຂອງຊາວບ້ານທີ່ມີຄວາມຜູກພັນກັບຕາດແຫ່ງນີ້ມາແຕ່ຊ້ານານ.ຕາດນ້ຳແຮງເປັນນ້ຳຕົກຕາດທີ່ເກີດຂຶ້ນມາໂດຍທຳມະຊາດແລະ ໄດ້ຄົ້ນພົບເຫັນໃນສະຕະວັດທີ 3, ໃນສະໄໝກ່ອນແມ່ນທ້າວແຊນມີ ເປັນຜູ້ນຳພາມາຕັ້ງບ້ານປະກອບມີ 15 ຄອບຄົວ, ໄດ້ຕັ້ງຊື່ວ່າບ້ານແຊມມີຫຼັງຈາກນັ້ນມາໄດ້ຕັ້ງຊື່ວ່າ: ບ້ານນ້ຳແຮງເພາະວ່ານ້ຳໄຫຼຕົກລົງ ຕາດມີຄວາມແຮງ ແລະ ສົ່ງສຽງດັງສະໜັ່ນໄປໄກ, ສຽງນໍ້າດັງແຮງ, ຊາວບ້ານກໍ່ໄດ້ໃສ່ຊື່ວ່າຕາດນ້ຳແຮງ. ນ້ຳຕົກຕານ້ຳແຮງປະກອບມີສາມຕາດລຽນກັນຂຶ້ນຄື: ຕາດທີ 1: ມີຄວາມສູງປະມານ 13 ແມັດ, ຕາດທີ 2: ມີຄວາມສູງປະມານ 8 ແມັດ ແລະ ຕາດທີ 3: ສູງປະມານ 5 ແມັດ.
ນ້ຳຕົກຕາດນ້ຳແຮງມີຄວາມຍາວທັງໝົດປະມານ 20 ແມັດ, ແມ່ນ້ຳນີ້ໄຫຼອອກມາຈາກບ້ານນ້ຳຍື່ງໄປສູ່ບ້ານສີບຸນເຮືອງ ທີ່ອຸດົມໄປດ້ວຍລະບົບນິເວດວິທະຍາ ແລະ ຊີວະນາໆພັນ.
ອີກສາຍເຫດໜຶ່ງທີ່ວ່າ ຕາດນ້ຳແຮງ ນັ້ນ ຍ້ອນວ່າແຕ່ກ່ອນນັ້ນ ມີປ່າດົກໜາ ປົກຫຸ້ມອຸດົມສົມບູນດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດມີເຄືອໝາກແຫຼະເສັ້ນໜຶ່ງໃຫຍ່ຢ່ອນລົງມາໜ້າຕາດເວລານ້ຳຕົກໂຕນຕາດຖືກເຄືອເຂົາດັ່ງກ່າວນັ້ນມັນກະເດັນອອກທັບໃສ່ນ້ຳໂຕນຕາດກາຍເປັນສຽງດັງແຮງອອກໄປໄກຫຼາຍກິໂລແມັດ, ບາງເທືອກໍ່ໄດ້ຍິນສຽງດັງໄປຮອດເມືອງຮຸນ.
ຕາດນ້ຳແຮງອີກທຳມະຊາດໜຶ່ງທີສວຍງາມຂອງເມືອງຮຸ່ນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์