12 Sep
12Sep

ທີ່ມາຂອງຊື່ ພຣະທາດຍາຄູຂີ້ຫອມ ບ້ານດົງກຶມ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ.

      ໃນຕົ້ນປີ 2020 ຜ່ານມາ ບ້ານ ດົງກຶມ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ໄດ້ຈັດງານບຸນນະມັດສະການພຣະທາດຍາຄູຂີ້ຫອມຂຶ້ນ, ໃນພິທີ, ໄດ້ເລົ່າຄືນເຖິງງມູນເຊື້ອປະຫວັດຄວາມເປັນມາຂອງຍາຄູຂີ້ຫອມໂດຍຫຍໍ້ ໂດຍເລົ່າເຖິງພຣະທາດຍາຄູຂີ້ຫອມແມ່ນໜຶ່ງໃນປູຊະນີຍະສະຖານທີ່ລໍ້າຄ່າ ແລະ ເປັນພະທາດອົງສັກສິດຄູ່ບ້ານຄູ່ເມືອງຂອງຊາວບ້ານດົງກຶມ ມາແຕ່ບູຮານນະການ.
ພາບ: ຖ.ວ.ທ ເມືອງ ອາດສະພັງທອງ
    ຕາມການເລົ່າຂານກັນສືບມາວ່າ: “ຍາຄູຂີ້ຫອມ” ຫຼື ພຣະຣາຊະຄູຫຼວງຍອດແກ້ວໂພນສະເມັກ, ຊື່ເດີມວ່າ: ທ້າວ ລວມ ເກີດປີມະແມ ພສ 2174, ( ຄສ 1631 ), ເປັນບຸດຂອງທ້າວ ທິດເທີ້ມ ແລະ ໝ່ອມນາງທຸມມາ ເກີດທີ່ບ້ານ ດົງກຶມ ເມືອງ ພາງ (ເມືອງອາດສະພັງທອງ ແຂວງ ສະຫວັນນະເຂດ ໃນປະຈຸບັນ).  ມາຮອດປີ ຄສ 1645 ທ້າວ ລວມ ອາຍຸໄດ້ 14 ປີ, ກໍ່ໄດ້ລາພໍ່ແມ່ອອກບວດເປັນສຳມະເນນລວມ ຮຽນໜັງສືຢູ່ວັດດົງກຶມໄດ້ໄລຍະໜຶ່ງກໍ່ໄດ້ໄປຮຽນຢູ່ ວັດລຶມບອງ ເມືອງ ຈໍາພອນ ໃນປັດຈຸບັນ. ຈາກນັ້ນ, ສໍາມະເນນລວມ ກໍ່ອອກເດີນທາງມຸ້ງໜ້າສູ່ວຽງຈັນ ໂດຍໃຊ້ເວລາຍ່າງ 40 – 50 ວັນຈຶ່ງຮອດ. ຍ້ອນສຳມະເນນເປັນຄົນທີ່ຮຽນເກັ່ງ ຈຶ່ງໃຊ້ເວລາບໍ່ດົນກໍ່ສາມາດຮຽນຈົບຫຼັກສູດພະທໍາວິໄນຂອງສົງ ເຖິງ 227 ຂໍ້ກໍ່ຈົ່ມໄດ້ໝົດ.  ດ້ວຍການຮຽນທີ່ເກັ່ງ ແລະ ດຸໝັ່ນຂະຫຍັນພຽນເປັນພິເສດຂອງສຳມະເນນລວມ ໄດ້ຊ່າລືໂດ່ງດັງເຖິງພຣະຣາຊະວັງຫຼວງ ເຊິ່ງເວລານັ້ນ ແມ່ນເຈົ້າສຸລິຍະວົງສາ ທໍາມິກະລາດ ເປັນເຈົ້າແຜ່ນດິນຣາຊະອານາຈັກລ້ານຊ້າງ. ພະອົງໄດ້ຈັດເອົາຜ້າໄຕຣຈີວອນມາຖວາຍ ແລະ ຫົດເປັນລາຊາຈົວ, ຮັບເອົາຢູ່ໃນການອຸປະຖໍາຂອງພຣະອົງ ໃນປີ ຄ.ສ1652. ສໍາມະເນນລວມ ໄດ້ອຸປະສົມບົດເປັນພະພິຂຸຢູ່ສິມທີ່ເຮັດດ້ວຍໄມ້ປ່ອງທີ່ ເຈົ້າສຸລິຍະວົງສາ ເຮັດຂຶ້ນຢູ່ກາງນໍ້າໂດຍມີພຣະສົງສູດເຖິງ 500 ອົງ, ເມື່ອພາດສັງຄາເປັນພຣະໃໝ່ແລ້ວ ພຣະເຈົ້າສຸລິຍະວົງສາ ທໍາມິກະລາດ ກໍ່ໄດ້ນິມົນໄປຈໍາພັນສາຢູ່ວັດໃໝ່ ໂພນສະເມັກ ແລ້ວບັນດາພຣະຣາຊະວົງ, ອຸປະສົກ, ອຸປາສິກາໃຫ້ສາຍາໃໝ່ວ່າ ( ພຣະຄູຍອດແກ້ວໂພນສະເມັກ ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo 

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING