08 Aug
08Aug

ທີ່ມາຂອງສວນແກ້ວຫຼັກເມືອງທີ່ຊຳເໜືອ ແຂວງຫົວພັນ.

    ຖ້າຈະເວົ້າເຖິງທາງພາກເໜືອຂອງປະເທດລາວບ່ອນທີ່ມີປະຫວັດສາດຖານທີ່ໝັ້ນອັນເປັນບ່ອນຫລັກແຫລ່ງຂອງລາວເຮົາກໍຄົງຈະຕ້ອງແມ່ນແຂວງຫົວພັນ, ເຊິ່ງສວນແກ້ວຫຼັກເມືອງຕັ້ງຢູ່ໃຈກາງເທດສະບານເມືອງຊຳເໜືອ, ແຂວງຫົວພັນ, ເວລາເຂົ້າໄປຮອດຊຳເໜືອເຮົາຈະເຫັນສວນແກ້ວ ແລະ ເສົາຫລັກເມືອງເລີຍເຊິ່ງເບິ່ງແລ້ວມີຄວາມສວຍງາມຫລາຍ. ວິລະກຳແຫ່ງການຕໍ່ສູ້ ອັນຍືດເຍື້ອຍາວນານຂອງປະຊາຊົນບັນດາເຜົ່າ ເພື່ອປົດປ່ອຍປະເທດຊາດນັ້ນ ແຂວງຫົວພັນໄດ້ເປັນບ່ອນເຕົ້າໂຮມ ຂອງຝ່າຍກຳລັງຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າໄດ້ຮ່ວມແຮງຮ່ວມໃຈກັນດຳເນີການຕໍ່ສູ້ປົດປ່ອຍຊາດຢ່າງລະ ອິດລະອ້ຽວ ແລະ ຍືດເຍື້ອຍາວນານ ຈົນໃນທີ່ສຸດການຕໍ່ສູ້ປົດປ່ອຍຊາດສຳເລັດລົງດ້ວຍການຢຶດອຳນາດຢ່າງມະ ຫັດສະຈັນ ໃນວັນທີ 2 ທັນວາ 1975 (ເປັນວັນສະຖາປະນາ ສປປ ລາວ) ເປັນມື້ເປີດສັງກາດໃໝ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອກ້າວເຂົ້າສູ່ໂສມໜ້າໃໝ່ ທີ່ນັບມື້ນັບຈະເລີນຮຸ່ງເຮືອງ.

    ສະນັ້ນ, ແຂວງຫົວພັນຈຶ່ງສົມຊື່ລືນາມວ່າ: ເປັນບ່ອນໃຫ້ກຳເນີດ ແລະ ຂະຫຍາຍຕົວ ຂອງພັກ ເປັນບ່ອນກຳເນີດຂອງການປະຕິວັດ ເປັນແຂວງວິລະຊົນແຫ່ງຊາດ ແລະ ເປັນແວ່ນແຍງທີ່ແຈ່ມໃສໃຫ້ແກ່ທົ່ວປະເທດ ດັ່ງບົດເພງສັນລະເສີນແຂວງຫົວພັນບາງຕອນທີ່ກ່າວວ່າ:

ຊຳເໜືອເປັນໜ່ວຍແກ້ວດວງປະເສີດເມືອງລາວ… ເພື່ອເຮັດໃຫ້ຊື່ສຽງກຽດສັກສີ ແລະ ມູນເຊື້ອປະຕິວັດທີ່ຊາວແຂວງຫົວພັນທີ່ໄດ້ສ້າງມາໃຫ້ກາຍເປັນຄວາມຈິງອອກສູ່ ສາຍຕາຂອງຊາວໂລກນັ້ນ ອົງຄະນະພັກ-ອຳນາດການປົກຄອງແຂວງຫົວພັນ ຈຶ່ງໄດ້ຕົກລົງກໍ່ສ້າງສວນແກ້ວຫຼັກເມືອງ ຂຶ້ນໃນວັນທີ 24 ກັນຍາ 2007 ແລະ ສຳເລັດໃນວັນທີ 17 ພຶດສະພາ 2008.

ຄວາມເປັນມາຂອງສວນແກ້ວຫຼັກເມືອງທີ່ຊຳເໜືອ ແຂວງຫົວພັນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING