04 Jul
04Jul
ທ່ອງທ່ຽວ “ວັດຊຽງຄວນ ບູຮານສະຖານຂອງລາວ”.

ຖ້າຈະເວົ້າເຖິງວັດຊຽງຄວນເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ຫລາຍໆຄົນສົນໃຈເຂົ້າໄປເບິ່ງ ແລະ ທ່ຽວຊົມບູຮານສະຖານແຫ່ງນີ້, ວັດຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ – ໄທ 1, ທາງໃຕ້ຂອງເມືອງວຽງຈັນ 24 ກິໂລແມັດ. ທີ່ຕັ້ງຢູ່ເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນແຫຼ່ງທ່ອງທ່ຽວ ທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນ ທັງໃກ້ ແລະ ໄກ, ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມບໍ່ຂາດໄລຍະ, ສວນວັດທະນະທໍາຊຽງຄວນ ຫຼື ເອີ້ນໃນພາສາອັງກິດວ່າ Buddha park.
    ວັດຊຽງຄວນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ ຄ.ສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິຣັດ ເພື່ອເປັນອຸທະຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ ແລະ ອື່ນໆ. ໃນອະລິຍະບົດຕ່າງໆ ທັງໃນພິພົບແຫ່ງສະຫັວນ, ໂລກມະນຸດ ແລະ ນະລົກອະເວຈີ, ອັນປະສົມປະສານລະຫ່ວາງຄະຕິພຸດ ແລະ ຮີນດູ ເຊິ່ງບາງຢ່າງກໍ່ ແປກປະຫຼາດພິກົນພິການອະວິໄສ, ຊວນເກີດຄວາມຮູ້ສຶກ ພິດສະວົງສົງໄສ, ທັງຊື່ນຊົມ, ເບື່ອໜ່າຍ, ໜ້າສົມເພດເວທະນາປະປົນກັນ ມາພ້ອມໆກັບຄວາມພາກພຽນປານີດໃນສິນລະປະຜູ້ສ້າງ, ສະທ້ອນເຖິງຄວາມວິຈິດສິນອັນປານີດ ແລະ ລະອຽດອ່ອນ ຫລົງເຫລືອໄວ້ໃຫ້ຄົນຮຸ່ນໃຫມ່ໄດ້ເຫັນຈົນຮອດປະຈຸບັນນີ້.
ພາບ: getaboutasia
ສິ່ງທຳອິດທີ່ດຶງດູດສາຍຕາຂອງນັກທ່ອງທ່ຽວໃຫ້ຕ້ອງໄດ້ເຂົ້າໄປຖ່າຍຮູບ ແລະ ເຂົ້າຊົມກໍ່ແມ່ນທາງດ້ານໃນຂອງອຸບມຸງ ເຊິ່ງຈະມີປ່ອງໃຫ້ເຂົ້າໄປ ແລະ ນັກທ່ອງທ່ຽວຫລາຍໆຄົນຫາກເປັນການມາຄັ້ງທຳອິດແລ້ວຈະຕ້ອງຢາກເຂົ້າໄປດ້ວຍຄວາມສົງໄສ, ນອກຈາກນັ້ນການຂຶ້ນໄປຈອມສຸດຂອງໜ່ວຍມົນໆໜ່ວຍນີ້ ຈະໄດ້ເຫັນພາບລວມວິວທັງໝົດຂອງສວນແຫ່ງນີ້. ແລະ ບ່ອນນີ້ ແມ່ນການຈຳລອງເຖິງໜ່ວຍໂລກຂອງມະນຸດເຮົາ ທີ່ມີຈອມເປັນຕົ້ນໄມ້ມະນີໂຄດສາມງ່າ, ດ້ານໃນໃຈກາງເປັນນະລົກ ທີ່ເຊື່ອກັນວ່າບຸກຄົນໃດທີ່ກະທຳຄວາມຊົ່ວ ເມື່ອຕາຍໄປ ກໍຈະໄດ້ຖືກຍົມມະບານລົງໂທດທັນໜັກເບົາຕາມກຳຂອງໃຜລາວ.
ວັດຊຽງຄວນ ບູຮານສະຖານຂອງລາວ ທີ່ໜ້າທ່ອງທ່ຽວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING