ໃນລະຍະ 6 ເດືອນຕົ້ນປີທີ່ຜ່ານມານີ້ໄດ້ມີຫລາຍໆຢ່າງ ຫລາຍໆບັນຫາ ທີ່ ສປປ ລາວ ເຮົາ ແລະ ອາດຈະແມ່ນທົວໂລກ ທີ່ປະສົບພົບພໍ້, ໂດຍສະເພາະກໍແມ່ນພະຍາດລະບາດໂຄວິດ 19, ເຊິ່ງເຮັດໃຫ້ຫລາຍໆພາກສ່ວນບໍ່ວ່າຈະເປັນທັງພາກລັດ ແລະ ເອກະຊົນ ລ້ວນແລ້ວແຕ່ໄດ້ຮັບຜົນກະທົບ ແລະ ຕ້ອງໄດ້ແກ້ໄຂໂດຍສະເພາະຢ່າງຍິງແມ່ນຢູ່ໃນຕົວເມືອງນະຄອນຫລວງວຽງຈັນ.
ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ການນຳນະ ຄອນຫຼວງວຽງຈັນເອົາໃຈໃສ່ຫຼາຍບັນຫາ, ໃນຂະນະທີ່ເສດຖະກິດຂອງນະຄອນຫຼວງວຽງຈັນ ຈະຂະຫຍາຍຕົວພຽງ 6,32% ໃນປີນີ້ ຈາກທີ່ໄດ້ຕັ້ງເປົ້າໄວ້ທີ່ 9,5%.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ລົງຊີ້ນຳວຽກງານຢູ່ຫ້ອງວ່າການນະຄອນຫຼວງວຽງຈັນໃນວັນທີ 9 ກໍລະກົດຜ່ານມາ ໂດຍໄດ້ເນັ້ນໃຫ້ການນຳນະຄອນຫຼວງວຽງຈັນເອົາ ໃຈໃສ່ດັ່ງນີ້:
1. ສືບຕໍ່ຮັກ ສາສະຖຽນລະພາບທາງດ້ານການເມືອງ.
2. ສືບຕໍ່ພັດ ທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງທາງດ້ານການກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ຍັງຮັກສາວັດທະນະທຳຮີດຄອງປະເພນີໄດ້ເປັນຢ່າງດີເຖິງຈະມີອຸປະສັກຫຍຸ້ງຍາກກໍ່ສາມາດຜ່ານຜ່າໄປໄດ້.
3. ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະກັດກັ້ນການນຳເຂົ້າບັນດາສິນຄ້າທີ່ບໍ່ຈຳເປັນ ແລະ ສິນຄ້າທີ່ເຮົາຜະລິດໄດ້ເອງໂດຍຕ້ອງສົ່ງເສີມການຜະລິດຢູ່ພາຍໃນໃຫ້ເປັນໜໍ່ແໜງ.
4. ສູ້ຊົນຊຸກຍູ້ປະຊາຊົນຜະລິດກຸ້ມຕົນເອງ ເພີ່ງຕົນເອງ ແລະ ຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ, ສ້າງຕະຫຼາດໄວ້ຮອງຮັບຜົນຜະລິດເພື່ອຈຳໜ່າຍແກ່ຜູ້ບໍລິໂພກ.
5. ປັບປຸງແບບແຜນວິທີເຮັດວຽກ, ການບໍລິຫານດ້ານເສດຖະກິດ-ສັງຄົມ, ວັດທະນະທຳໃຫ້ມີລະບຽບ ແລະ ສ້າງມາດຕະການປ້ອງກັນແກ້ໄຂຢ່າງເຂັ້ມງວດ.
ທ່ານ ນາຍົກລັດຖະມົນຕີ ເນັ້ນໃຫ້ນະຄອນຫຼວງ ເອົາໃຈໃສ່ຫຼາຍບັນຫາ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido