ທ່ານ ສຸກກະເສີມ ແສນພູມີ ຄົນລາວຄົນທຳອິດໄດ້ຮັບໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” .
ໂອກາດດັ່ງກ່າວ, ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ: ທ່ານ ສຸກກະເສີມ ແສນພູມີ ໃນນາມຜູ້ປະດິດ ແລະ ເປັນເຈົ້າຂອງສິ່ງປະດິດ “ລົດອີ່ແຕ໋ນຊິ້ງ” ໄດ້ຍື່ນຄໍາຮ້ອງຂໍຮັບອະນຸສິດທິບັດ ໃນວັນທີ 5 ສິງຫາ 2015 ແລະ ໄດ້ຮັບເລກທີຄໍາຮ້ອງ ເລກທີ PPT 18, ຜ່ານການຄົ້ນຄວ້າທາງດ້ານວິຊາການຂອງກົມຊັບສິນທາງປັນຍາ ກໍ່ຄືພະແນກສິດທິບັດ ກ່ຽວກັບເງື່ອນໄຂຂອງການໄດ້ຮັບອະນຸສິດທິບັດ ມາຮອດວັນທີ 10 ກໍລະກົດ 2019 ກົມຊັບສິນທາງປັນຍາ ໄດ້ອອກໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” ໃຫ້ແກ່ຜູ້ກ່ຽວ.
ພາບ: pasaxon.org.la ຊຶ່ງສິ່ງປະດິດດັ່ງກ່າວ ໄດ້ມີການປັບປຸງເຕັກນິກໃໝ່ ນັ້ນກໍ່ຄື ການຕໍ່ເຕີມໂຄງສ້າງຂອງໂຕລົດ ຈາກພື້ນຖານຂອງລົດໄຖນາເດີນຕາມທົ່ວໄປ ທີ່ມີພຽງ 2 ລໍ້, ເສີມເພົາຂັບທີ່ເຮັດວຽກຮ່ວມກັບກັກດັ້ງ ເພື່ອໃຫ້ສາມາດແລ່ນດ້ວຍ 4 ລໍ້ ເຮັດໃຫ້ລົດອີ່ແຕນຊິ້ງ ສາມາດເດີນທາງໄປໃນເສັ້ນທາງທີ່ທຸລະກັນດານ ຊຶ່ງພາຫະນະທົ່ວໄປເຂົ້າເຖິງໄດ້ຍາກ.“ລົດອີ່ແຕ໋ນຊິ້ງ” ນອກຈາກຈະມີລາຄາຖືກກວ່າພາຫະນະທີ່ມີ 4 ລໍ້ທົ່ວໄປແລ້ວ ຍັງສາມາດນໍາໃຊ້ເພື່ອຂົນສົ່ງເຄື່ອງມືການກະເສດ ແລະ ຜົນລະປູກທາງການການກະເສດຂອງຊາວກະສິກອນ ໄດ້ຢ່າງສະດວກສະບາຍ ຊຶ່ງສິ່ງປະດິດນີ້ ສາມາດນໍາໃຊ້ເຂົ້າໃນການດໍາລົງຊີວິດຂອງປະຊາຊົນໄດ້ດີສົມຄວນ.
ໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” ຂອງຄົນລາວຄົນທໍາອິດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์