12 Sep
12Sep

ທ່ານໝໍລາວສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ.

    ໃນຍຸກນີ້ນະວັດຕະກຳໃໝ່ໆອອກມາຢ່າງຫລວງຫລາຍ ແລະ ບຸກຄະລາກອນການແພດ ແລະ ວິຊາການຕ່າງໆກໍ່ມີຄວາມທັນສະໄໝ ແລະ ນັບມື້ນັບເກັ່ງຂື້ນໃນທົ່ວໂລກ, ໃນ ສປປ ລາວ ເອງກໍເຊັ່ນດຽວກັນ, ໄດ້ມີການພັດທະນາເປັນລຳດັບຂື້ນໄປເລື້ອຍໆຢ່າງຕໍ່ເນື່ອງ ແລະ ລ້າສຸດຢູ່ລາວເຮົາກໍສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ເສັ້ນເລືອດຫົວໃຈໄດ້ແລ້ວ.  ຕາມການລາຍງານຂອງກະຊວງສາທາລະນະສຸກໃຫ້ຮູ້ວ່າ : ການຜ່າຕັດພະຍາດຕ່າງໆ ຫຼື ການປິ່ນປົວພະຍາດຕ່າງໆ ຂອງທ່ານໝໍລາວຢູ່ບັນດາໂຮງໜໍໃຫ່ຍໃນນະຄອນຫລວງວຽງຈັນ ສາມາດຜ່າຕັດປ່ຽນວາວຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ແລະ ພະຍາດຫລາຍໆຢ່າງອື່ນໆອີກທີ່ຮັກສາຢາກໄດ້ແລ້ວ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝ ເຊິງຈະເປັນສິ່ງທີ່ດີທີ່ປະຊາຊົນລາວເຮົາ ແລະ ຄົນເຈັບຫລາຍໆຄົນສາມາດປິ່ນປົວພາຍໃນປະເທດລາວໄດ້ຢ່າງສະດວກໂດຍບໍ່ຈຳເປັນຕ້ອງໄປຕ່າງປະເທດອີກແລ້ວ.
ພາບ: ວຽງຈັນທາຍ
    ທ່ານຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດໃນບໍ່ດົນມານີ້ວ່າ ການແພດລາວສາມາດເວົ້າໄດ້ວ່າທຽບເທົ່າສາກົນແລ້ວ ເພາະມີເຄື່ອງມືທີ່ທັນສະໄໝທີ່ສາມາດປິ່ນປົວພະຍາດທີ່ປິ່ນປົວຍາກໆໄດ້ແລ້ວ ໂດຍສະເພາະພະຍາດທີ່ກ່ຽວກັບຫົວໃຈ ເຊັ່ນ:ການຜ່າຕັດປ່ຽນວາວຫົວໃຈ, ໃສ່ຈັກກະຕຸ້ນຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ນອກນັ້ນຍັງສາມາດຜ່າຕັດສະໝອງ, ຜ່າຕັດກະດູກສັນຫຼັງ, ກະດູກຫົວກົກຂາ, ຜ່າຕັດຄໍ່, ເອັນຫົວເຂົ່າ, ການໝາກຟອກໄຂ່ຫຼັງ, ຟອກຕັບ, ການຜ່າຕັດຜ່ານທໍ່ ແລະ ມີອຸປະກອນດ້ານວິເຄາະ-ລັງສີ, ປິ່ນປົວພະຍາດມະເຮັງດ້ວຍການສາຍແສງ ແລະ ການປິ່ນປົວດ້ວຍຢາພື້ນເມືອງ ແລະ ອື່ນໆ ແຕ່ສາມາດປິ່ນປົວພະຍາດດັ່ງກ່າວ ສະເພາະຢູ່ ບັນດາໂຮງໜໍໃຫ່ຍຢູ່ຂັ້ນສູນກາງ ຫຼື ຢູ່ສະເພາະຢູ່ໂຮງໝໍໃນນະຄອນຫລວງເທົ່ານັ້ນ.
ລາວສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING