22 May
22May

ທ່າແຮງ ແລະສິນຄ້າພື້ນຖານທີ່ປະຊາຊົນສາມາດສົ່ງອອກໄດ້

ສປປ ລາວ, ປະຊາຊົນສ່ວນໃຫຍ່ແມ່ນຍັງຢູ່ໃນກຸ່ມຊາວກະສິກອນກວມເອົາອັດຕາສ່ວນຫຼາຍກວ່າ ເຖິງແມ່ນຍັງມີຈຳນວນໜ້ອຍທີ່ເຮັດການຜະລິດຕິດພັນກັບທັນສະໄໝ ແຕ່ໂດຍລວມຖືວ່າເຮົາຍັງມີມູນເຊື້ອໃນການເຮັດກະສິກຳປູກຝັງລ້ຽງສັດ ເປັນອາຊີບທີ່ນັບມື້ຫຼຸດໜ້ອຍຖອຍລົງໃນທົ່ວໂລກ ແຕ່ຄວາມຕ້ອງການນັບມື້ເພີ່ມຂຶ້ນ ນີ້ຄືຄວາມໄດ້ປຽບ.
ພາບ: laothai.net 
ການປູກຝັງລ້ຽງສັດສຳລັບຜູ້ຢູ່ໄກຈາກຊາຍແດນຈະເປັນຄືວ່າ ຜະລິດແລ້ວບໍ່ມີບ່ອນຂາຍ ແຕ່ປະຊາຊົນແຖວຊາຍແດນຕິດກັບປະເທດເພື່ອນບ້ານທີ່ມີພົນລະເມືອງຫຼາຍຢ່າງ ສປ ຈີນ, ສສ ຫວຽດນາມ ແລະປະເທດໄທ ເຫັນວ່າທ່າແຮງທາງການຕະຫຼາດມີສູງ ຕ່າງແຕ່ວ່າຈະຕ້ອງໄດ້ສຶກສາຄວາມຕ້ອງການຕົວຈີງຕະຫຼາດທີ່ຈະຮອງຮັບຕ້ອງການຫຍັງກັນແທ້! ຄືກັບຊາວກະສິກອນແຂວງອຸດົມໄຊ ພາກັນປູກໝາກອຶກໍ່ມີບໍລິສັດຈີນມາເກັບຊື້ເປັນຈຳນວນຫຼາຍ ເຊິ່ງຫລັງວັນທີ17ພຶດສະພາ 2020 ທີ່ປະເທດເຮົາຜ່ອນຜັນມາດຕະການຕ້ອນໂຄວິດລົງອີກລະດັບໜຶ່ງ ເຮັດໃຫ້ຜູ້ປະກອບການສາມາດເຂົ້າມາ ເກັບຊຶ້ຜົນຜະລິດພຶດລະດູແລ້ງນຳຊາວສວນໄດ້ແລ້ວ ເບິ່ງຜູ້ຜະລິດພໍມີຮອຍຍີ້ມຂຶ້ນມາ ເພາະນັ້ນຄືຄວາມຫວັງຕັ້ງໃຈໝົດປີຂອງເຂົາເຈົ້າ.
ຫມາກອຶ ທີີ່ປະຊາຊົນຢູ່ເມືອງນາໝໍ້ແຂວງອຸດົມໄຊປູກເພື່ອສົ່ງອອກຂາຍໃຫ້ກັບພໍ່ຄ້າຊາວຈີນ ເຊີ່ງໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19ໃນໄລຍະຜ່ານມາ ມາຮອດປະຈຸບັນ ລັດຖະບານໄດ້ມີນະໂຍບາຍຜ່ອນຜັນຫລາຍດ້ານຈີ່ງເຮັດໃຫ້ພໍ່ຄ້າຊາວຈີນສາມາດເຂົ້າມາເກັບຊື້ຜົນພະລິດຂອງປະຊາຊົນໄປຂາຍໄດ້.
ຫມາກອຶ ຄືທ່າແຮງ ແລະສິນຄ້າພື້ນຖານທີ່ປະຊາຊົນສາມາດສົ່ງອອກໄດ້

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING