ທ່ຽວຊົມທຳມະຊາດເມືອງບໍ່ນ້ຳຮ້ອນທຳມຊາດຂອງແຂວງຊຽງຂວາງ
ໃນແຂວງ ຊຽງຂວາງ, ເມືອງຄໍາ ກໍ່ແມ່ນອີກ ເມືອງ ໜຶ່ງເຊິ່ງອຸດົມສົມສົມບູນ ໄປດ້ວຍວັດວາອາຮາມ, ປູລິຍະ ນິສະຖານອັນສັກສິດ ແລະ
ສັກ ກາລະບູຊາທາງດ້ານປະຫວັດສາດ ແລະ ວັດທະນະທໍາອັນ ດີງາມແລ້ວ ຍັງມີພູຜາປ່າໄມ້ ແລະ ທໍາມະຊາດອັນຂຽວງາມ ດົກໜາ, ແລະ ແຫລ່ງທ່ອງທຽວຫລາຍແຫ່ງທີ່ສວຍງາມ.
ພາບ: laophattananews.comໃນນັ້ນທີ່ມີຊື່ສຽງແດ່ກໍ່ແມ່ນແຫຼ່ງທ່ອງ ທ່ຽວບໍ່ນໍ້າຮ້ອນບ້ານນາທອງ ແລະ ບໍ່ນໍ້າຮ້ອນບ້ານຊາງ, ເຊິ່ງ ເປັນບໍ່ນໍ້າຮ້ອນຈາກທໍາມະຊາດທີ່ກໍາລັງໄດ້ຮັບຄວາມນິຍົມ ຈາກບັນດານັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດທີ່ ເຂົ້າ ມາທ່ຽວຊົມຢ່າງຫຼວງຫຼາຍ.
ບໍ່ນໍ້າຮ້ອນບ້ານນາທອງ, ເຊິ່ງຕັ້ງຢູ່ຫ່າງຈາກເທສະບານ ເມືອງ ພຽງ 800 ແມັດ, ເປັນ ບໍ່ນໍ້າຮ້ອນທີ່ເກີດຈາກຫຼືບຫີນ ມີນໍ້າໃສສະອາດໄຫຼອອກມາ ຕະຫຼອດປີ ໃນອຸນຫະພູມປະ ມານ 45-50 ອົງສາ, ເຊິ່ງປັດ ຈຸບັນ, ບໍ່ນໍ້າຮ້ອນແຫ່ງນີ້ໄດ້ຮັບ ການປັບປຸງ ແລະ ປົວແປງໃຫ້ ເປັນສະຖານທີ່ທ່ອງທ່ຽວແລ້ວ ດ້ວຍການມີສ່ວນຮ່ວມຈາກ ປະຊາຊົນເຂດດັ່ງກ່າວໃນ ການສ້າງເປັນອ່າງສໍາລັບ ອາບນໍ້າໃນລະດູໜາວ ແລະ ເໝາະສໍາລັບການລົງແຊ່ ເພື່ອປິ່ນປົວພະຍາດໂລຄາ ຕ່າງໆ.
ທຽວເມືອງຄຳ ເມືອງບໍ່ນ້ຳຮ້ອນທຳມຊາດຂອງແຂວງຊຽງຂວາງຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD