ທ່ຽວຊົມເຮືອນວັດທະນະທຳ ເຮືອນຊົນເຜົ່າຕຣຽງ ແຂວງເຊກອງ.
ປະເທດລາວເຮົາມີຫລາຍຊົນຊາດຊົນເຜົ່າ ແຕ່ລະຊົນເຜົ່າກໍ່ມີຮີດຄອງປະເພນີ ແລະ ວັດທະນະທຳທີ່ແຕກຕ່າງກັນອອກໄປບໍ່ວ່າຈະເປັນວິຖີ່ຊິວິດ, ການກິນການຢູ່, ປະເພດເຮືອນຊານບ້ານຊອງທີ່ມີຄວາມເປັນເອກະລັກຂອງຕົນເອງ, ເຜົ່າຕຣຽງກໍ່ແມ່ນອີກເຜົ່າໜຶ່ງທີ່ມີເອກະລັກຕ່າງຈາກເຜົ່າອື່ນໆໂດຍສະເພາະແມ່ນເຮືອນຊານຂອງພວກເຂົາທີ່ສ້າງດ້ວຍຄວາມປານີດ ແລະ ມີຄວາມໜາແໜ້ນສວຍງາມເປັນເອກະລັກຂອງເຜົ່າຕຣຽງເລີຍ.
ຖ້າຈະເວົ້າແລ້ວ ດາດຈຶງ ເມືອງຊາຍແດນ ລາວ-ຫວຽດນາມ ຢູ່ທີ່ແຂວງເຊກອງ ເມືອງດາກຈຶງເປັນອີກເມືອງໜຶ່ງຊຶ່ງຈະເປັນເມືອງເອກຂອງເຊກອງໃນອະນາຄົດ. ເມືອງດັກຈຶງ ທີ່ມີຄົນເວົ້າເຖິງພາສາດັກກັງ ທີ່ເປັນພາສາປະຈຳເຜົ່າຕຣຽງ ຊາວຕຣຽງທີ່ມີຢູ່ຫຼາຍ ທີ່ແຂວງເຊກອງ, ເຊິງພາສາຂອງເຜົ່າຕຣຽງນີ້ຍັງຄົງຮັກສາໄວ້ ແລະ ຍັງມີການນຳໃຊ້ຕາມປົກກະຕິຢູ່ ໂດຍສະເພາະແມ່ນເມືອງດັກຈຶງ ຖ້າຈະແປຄວາມໝາຍໃນພາສາລາວ ຄຳວ່າ: ດັກ ແປວ່ານ້ຳ. ເມືອງດາກຈຶງ ຢູ່ຫ່າງຈາກເມືອງລະມາມແຂວງເຊກອງປະມານ 100 ກິໂລແມັດ.
ພາບ: hotsia.comການດຳລົງຊີວິດ ແລະ ການຕັ້ງບ້ານເຮືອນຂອງຕຣຽງ ໃນສະໄໝກ່ອນຮູບແບບຂອງ ການປຸກສ້າງເຮືອນສ່ວນຫຼາຍເປັນຮູບ 4 ແຈສາກໃຫຍ່ ເຊິ່ງເປັນບ່ອນໄວ້ເຄື່ອງໃຊ້ສອຍໄວ້ຫ້ອງດຽວກັນບໍ່ວ່າຈະເປັນຫ້ອງນອນ, ຫ້ອງແຕ່ງກິນ, ຖ້າແນມມາແຕ່ໄກຈະເຫັນແຕ່ຫຼັງຄາມີຮູບຮ່າງຄ້າຍຄືດອກເຫັດ ແຕ່ບໍ່ມົນຂ້ອນຂ້າງຍາວ ເຊິ່ງເປັນເອກະລັກສະເພາະຂອງຊົນຕຣຽງ.
ເຮືອນຊົນເຜົ່າຕຣຽງ ບ້ານດາກມວນ ເມືອງດາກຈຶງ ແມ່ນເຮືອນທີ່ເປັນເອກະລັກ ຂອງຊົນເຜົ່າຕະລຽງ ທີ່ເຮັດດ້ວຍວັດຖຸທຳມະຊາດ ຫ່າງຈາກເທດສະບານແຂວງ 108 ກິໂລແມັດ ຈາກເທດສະບານເມືອງດາກຈຶງ 8 ກິໂລແມັດ ເຮືອນດັ່ງກ່າວ ແມ່ນເປັນເອກະລັກມີມາແຕ່ດັ່ງເດີມຂອງເຜົ່າ ເຊິ່ງນຳໃຊ້ວັດຖຸຈາກທຳມະຊາດລ້ວນໆ ເຂົ້າໃນການປຸກສ້າງ ແລະ ດ້ວຍຄວາມສາມັກຄີ ຂອງປະຊາຊົນທັງໝົດໃນບ້ານຊ່ວຍກັນສ້າງ ໃນແຕ່ລະຫຼັງຄາເຮືອນ.
ເຮືອນຊົນເຜົ່າຕຣຽງ ເຮືອນວັດທະນະທຳ ຂອງແຂວງເຊກອງ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์