27 Sep
27Sep

ນະຄອນຫລວງວຽງຈັນເຂົ້າເປັນສະມາຊິກອົງການສົ່ງເສີມການທ່ອງທ່ຽວບັນດານະຄອນອາຊີ-ປາຊີຟີກແລ້ວ.

    ອົງການສົ່ງເສີມການທ່ອງທ່ຽວບັນດານະ ຄອນອາຊີ-ປາຊີຟີກ Tourism Promotion Organizaion for Asia Pacific Cities (TPO) ໄດ້ບັນຈຸນະຄອນຫລວງວຽງຈັນເຂົ້າເປັນສະມາຊິກຂອງບັນດານະຄອນອາຊີ-ປາຊີຟີກທີ່ມີສະມາຊິກທັງໝົດ 25 ນະຄອນ ຈາກ 13 ປະເທດ ຢ່າງ ເປັນທາງການ ໃນວັນທີ 9 ກັນຍາຜ່ານມານີ້. ໃນການທີ່ໄດ້ເຂົ້າເປັນສະມາຊິກຂອງບັນດານະຄອນອາຊີ-ປາຊີຟີກນີ້ຄາດວ່າ ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກການເຂົ້າເປັນສະມາຊິກອົງການຢ່າງຫລວງຫລາຍ ເປັນຕົ້ນແມ່ນວຽກງານການທ່ອງທ່ຽວຢູ່ນະຄອນຫລວງວຽງຈັນຈະຂະ ຫຍາຍຕົວໄວຂຶ້ນ ແລະ ຈະໄດ້ຮັບການເຊື່ອມໂຍງກັບສາກົນກວ້າງຂວາງກວ່າເກົ່າ ນັບທັງການຮ່ວມມື ແລະ ການແລກປ່ຽນບົດຮຽນຕ່າງໆ ລະຫວ່າງບັນດານະຄອນອາຊີ-ປາຊີຟິກດ້ວຍກັນເພື່ອປັບປຸງໃຫ້ດີຍິງໆຂື້ນ.

ພາບ: www.freepik.com

    ໜັງສືພິມລາຍວັນລາວພັດທະນາໄດ້ລາຍງານໃຫ້ຮູ້ວ່າ ໃນວັນທີ 9 ກັນຍາຜ່ານມານີ້ໄດ້ມີການຈັດພິທີຖະແຫລງຂ່າວທີ່ນະຄອນຫລວງວຽງຈັນ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ຖະແຫລງໃຫ້ຮູ້ວ່າ: ອົງການສົ່ງເສີມການທ່ອງທ່ຽວບັນດານະຄອນຫລວງ ຫລື TPO ແມ່ນເຄືອຂ່າຍລະຫວ່າງຕົວເມືອງ ໂດຍມີບົດບາດສົ່ງເສີມສະມາຊິກເຮັດວຽກຮ່ວມກັນ ເພື່ອສ້າງອຸດສາຫະກຳການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານດ້ານການຕະຫລາດທ່ອງທ່ຽວ, ການພັດທະນາຜະລິດຕະພັນໃໝ່ໆ ກໍຄືການພັດທະນາຊັບພະຍາກອນມະນຸດໃນດ້ານການທ່ອງທ່ຽວ ແລະ ອື່ນໆ. ປັດຈຸບັນອົງການດັ່ງກ່າວມີສະມາຊິກທັງໝົດ 25 ນະຄອນ ຈາກ 13 ປະເທດ. ການເຂົ້າຮ່ວມເປັນສະມາຊິກອົງການສົ່ງເສີມການທ່ອງທ່ຽວນີ້ຈະເປີດໂອກາດໃຫ້ແກ່ນະຄອນຫລວງວຽງຈັນ ມີບົດບາດສຳຄັນໃນເວທີສາກົນທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທໍາ ສ້າງຄວາມເຂັ້ມແຂງໃນການລວມກຸ່ມເພື່ອສົ່ງເສີມການທ່ອງທ່ຽວເຊັ່ນ: ການສະໜອງຂໍ້ມູນຂ່າວສານ, ການເດີນທາງທ່ອງທ່ຽວ ແລະ ມີໂຄງສ້າງພື້ນຖານທີ່ຈຳເປັນເພື່ອສະໜັບສະໜູນການເປີດກວ້າງການທ່ອງທ່ຽວທີ່ນຳໄປສູ່ການພັດທະນາ ແລະ ມີທ່າອ່ຽງຂະຫຍາຍຕົວທາງດ້ານການທ່ອງທ່ຽວຂອງອົງກອນ ກໍຄືນະຄອນຫລວງວຽງຈັນ.

TPO ຮັບຮອງນະຄອນຫລວງວຽງຈັນເປັນສະມະຊິກແລ້ວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING