25 Jul
25Jul

ນາຍົກທອງລຸນ ສີສຸລິດ ຢ້ຽມຢາມໂຄງການກໍ່ສ້າງຫໍສະພາແຫ່ງຊາດ.

    ດັ່ງທີ່ເຮົາໄດ້ເຫັນ ແລະ ໄດ້ຜ່ານໄປຜ່ານມາແຖວເສັ້ນທາງ ຫລື ເດີນທາດຫລວງຂອງນະຄອນຫລວງວຽງຈັນໄດ້ເຫັນການກໍ່ສ້າງຕືກນີ້ມາໄດ້ໄລຍະໜຶ່ງແລ້ວ ແລະ ການກໍ່ສ້າງແມ່ນສຳເລັດປະມານ 60% ແລະ ຄາດວ່າຈະໃຫ້ສຳເລັດສົມບູນໃນອີກປະມານກາງປີໜ້າ.
    ໃນຕອນແລງ ຂອງວັນທີ 23 ກໍລະກົດ 2020 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່, ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ພ້ອມດ້ວຍທ່ານ ພົນຕີ ຫງວຽນ ກ໋ວກ ຢຸງ, ຜູ້ບັນຊາການແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃນນາມບໍລິສັດຮັບເໝົາກໍ່ສ້າງໂຄງການດັ່ງກ່າວ ແລະ ຄະນະ ໃຫ້ການຕ້ອນຮັບ.
ພາບ: laoedaily.com.la
    ໃນໂອກາດນີ້, ທ່ານ ພົນຕີ ຫງວຽນ ກ໋ວກ ຢຸງ ໄດ້ລາຍງານສະພາບລວມ ກໍ່ຄືສະພາບການກໍ່ສ້າງໂຄງການ ໃຫ້ທ່ານນາຍົກລັດຖະມົນຕີ ແລະ ຄະນະໄດ້ຮັບຊາບ, ຊຶ່ງເຫັນວ່າ:ໂຄງການຫໍປະຊຸມສະພາແຫ່ງຊາດລາວຫຼັງໃໝ່ ເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ມີເນື້ອທີ່ອາຄານປຸກສ້າງທີ່ຕິດກັບໜ້າດິນ 7.171 ຕາແມັດ; ເປັນອາຄານທີ່ມີຄວາມສວຍງາມ, ແຂງແຮງ, ໂອໂຖງ, ເຄັ່ງຂຶມ, ສະຫງ່າ ແລະ ນຳໃຊ້ໄດ້ຍາວນານ; ມີລວດລາຍ-ດວງດອກ ທີ່ເປັນເອກະລັກ ທາງດ້ານສິລະປະວັດທະນະທຳຂອງລາວ ປະສົມປະສານກັບຄວາມທັນສະໄໝ ຂອງຍຸກສະໄໝ; ເປັນເອກະລັກສະເພາະ ຂອງສະພາແຫ່ງຊາດ, ມີຄວາມແຕກຕ່າງກັບຕຶກອາຄານ, ເຮືອນຊານ ທີ່ພັກພາອາໄສ, ສຳນັກງານ-ອົງການ, ຫໍວັດທະ ນະທຳ, ວັດວາອາຣາມ, ໂບດສິມ ແລະ ສິ່ງປຸກສ້າງອື່ນໆ; ມີຄວາມກົມກືນກັບສິ່ງປຸກສ້າງອື່ນ ຢູ່ບໍລິເວນອ້ອມຂ້າງເດີ່ນພະທາດຫຼວງ; ມີຫ້ອງປະຊຸມ, ຫ້ອງເຮັດວຽກ, ຫ້ອງບໍລິຫານ, ບໍລິການຮັບໃຊ້ ແລະ ລະບົບຄວາມປອດໄພ ທີ່ໄດ້ມາດຕະຖານ.
ໃນນັ້ນ ທັງໝົດອາຄານ ສາມາດບັນຈຸໄດ້ 800-1.000 ຄົນ, ຫ້ອງປະຊຸມສະພາແຫ່ງຊາດ ສາມາດບັນຈຸໄດ້ 433 ຄົນ, ໂດຍແມ່ນແມ່ທັບນ້ອຍ 11 ກະຊວງປ້ອງກັນປະເທດຫວຽດນາມ ເປັນບໍລິສັດຮັບເໝົາກໍ່ສ້າງຫຼັກ. ສ່ວນທຶນໃນການກໍ່ສ້າງ: ແມ່ນໄດ້ຮັບການຊ່ວຍເຫຼືອ ຈາກ ສສ ຫວຽດນາມ ມູນຄ່າ 100 ລ້ານໂດລາ ບົນຈິດໃຈແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເພື່ອມອບເປັນຂອງຂວັນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ.
ທ່ານ ນາຍົກ ຢ້ຽມຢາມໂຄງການກໍ່ສ້າງຫໍສະພາແຫ່ງຊາດ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING