ໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຈິດສະຕິກ ປັດຈຸບັນແມ່ນສຳເລັດການສຳຫລວດ ແລະ ຈະເລີ່ມກໍ່ສ້າງສໍານັກງານຫ້ອງການ ໃນເດືອນສິງຫານີ້, ຄາດວ່າຈະເລີ່ມໃຫ້ບໍລິການໃນເດືອນມີນາ 2021. ສ່ວນການພັດທະນາເຂດໂລຈິດສະຕິກ ນະຄອນຫລວງວຽງຈັນ ທີ່ຈະກາຍເປັນຕົວເມືອງໃໝ່ນັ້ນ ຄາດວ່າຈະເລີ່ມໃຫ້ບໍລິການໃນເດືອນຕຸລາ 2021.
ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບການສ້າງແຜນລວມຂອງໂຄງການໄດ້ສຳເລັດ ແລະ ໄດ້ເນັ້ນໃຫ້ບໍລິສັດວຽງຈັນ ໂລຈິດສະຕິກ ພຣາກ ກັບ ບໍລິສັດທາງລົດໄຟ ລາວ – ຈີນ ສືບຕໍ່ເຮັດວຽກຮ່ວມກັນໃຫ້ກົມກ່ຽວ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເຊິ່ງໂຄງການນີ້ ຈະເປັນສູນກາງທາງດ້ານໂລຈິດສະຕິກ ທີ່ໃຫຍ່ທິ່ສຸດ ຕ້ອງສ້າງສິ່ງອື່ນໆມາຊ່ວຍໜູນເປັນຕົ້ນແມ່ນຮ້ານຄ້າ, ຮ້ານອາຫານ, ການບໍລິການອື່ນໆ ຖ້າບໍ່ມີໂຄງການແມ່ນຈະບໍ່ສາມາດສໍາເລັດໄດ້ ແລະ ຕ້ອງສ້າງເຂດໂລຈິດສະຕິກ ຕາມແຜນແມ່ບົດທີ່ຈະມີຕົວເມືອງໃໝ່ ທີ່ເປັນຕົວເມືອງສີຂຽວ, ທັນສະໄໝ, ສີວິໄລໄດ້ຢ່າງຖືກຕ້ອງ.
ສຳລັບຢູ່ສະຖານີລົດໄຟ ນະຄອນຫລວງວຽງຈັນ, ທ່ານ ສ້ຽວ ຊຽນເຫວິນ (Xiao Qianwen) ຜູ້ອໍານວຍການໃຫຍ່ ບໍລິສັດທາງລົດໄຟ ລາວ – ຈີນ ໄດ້ລາຍງານໃຫ້ຮູ້ ກ່ຽວກັບຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ,ມາຮອດປັດຈຸບັນ ໄດ້ສຳເລັດການເຈາະອຸໂມງ 71 ອຸໂມງ ຈາກທັງໝົດ 75 ອຸໂມງ, ສໍາເລັດການກໍ່ສ້າງຂົວ 88%, ທາງ 100%, ການວາງລາງລົດໄຟ ສໍາເລັດ 21,4%.
ຄາດວ່າທ້າຍປີນີ້ ຈະວາງລາງຮອດແຂວງຫລວງພະບາງ ແລະ ສຳເລັດການຕິດຕັ້ງເສົາໄຟແຮງສູງ 57,4% ແຕ່ຍັງມີບາງສະຖານີ ທີ່ຍັງບໍ່ທັນໄດ້ລົງມືກໍ່ສ້າງ ຍ້ອນຖືກຜົນກະທົບອັນໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19 ແລະ ມີບາງພື້ນທີ່ຍັງຢູ່ໃນຂັ້ນຕອນໄກ່ເກ່ຍກັບປະຊາຊົນ.
ນາຍົກລົງກວດກາວຽກຢູ່ສະຖານີຄ່ຽນຖ່າຍສິນຄ້າທາງລົດໄຟ