29 Oct
29Oct

ນາຍົກລັດຖະມົນຕີ ລົງພື້ນທີ່ເບິ່ງແຍງປະຊາຊົນເມືອງເຊໂປນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

     ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງສະພາບຊີວິດການເປັນຢູ່ ຂອງປະຊາຊົນບ້ານວັງຄົດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ສູນພັກຊົ່ວຄາວ ຈຸດໂຮງຮຽນປະຖົມບ້ານວັງຄົດ ແລະ ໄປເບິ່ງພື້ນທີ່ບ້ານ ທີ່ຖືກນໍ້າໄຫຼຊຸ, ຊຶ່ງເຫັນວ່າ ບ້ານວັງຄົດ ມີ 115 ຫຼັງຄາເຮືອນ, ໃນນັ້ນ ມີບ້ານທີ່ຖືກນໍ້າພັດໄຫຼບໍ່ເຫຼືອຊາກ 26 ຫຼັງ, ເປ່ເພເກັບກູ້ຄືນໄດ້ບາງສ່ວນ 6 ຫຼັງ, ນໍ້າຖ້ວມ ແຕ່ບໍ່ເສຍຫາຍ 77 ຫຼັງ.ສ່ວນຜົນເສຍຫາຍດ້ານອື່ນ ຂອງບ້ານດັ່ງກ່າວມີ ເນື້ອທີ່ເຂົ້ານາປີ 20 ເຮັກຕາ, ສວນປູກເຂົ້າ 15 ເຮັກຕາ, ສວນກ້ວຍ 15 ເຮັກຕາ, ເສົາໄຟຟ້າ 32 ຕົ້ນ, ກົງເຕີນັບໄຟ 77 ໜ່ວຍ, ແບ້ 20 ກວ່າໂຕ, ສັດປີ 200 ກວ່າໂຕ ແລະ ອື່ນໆ.
ພາບ: laoedaily.com.la
    ສຳລັບຜົນກະທົບຈາກໄພນໍ້າຖ້ວມ ໃນທົ່ວເມືອງເຊໂປນ ຄັ້ງນີ້ ມີ 47 ບ້ານ, 2.500 ກວ່າຫຼັງຄາເຮືອນ, 2.700 ກວ່າຄອບຄົວ, 15.600 ກວ່າຄົນ (ຍິງ 7.800 ກວ່າຄົນ), ປະຊາຊົນ ທີ່ຖືກອົບພະຍົກ ມີ 29 ບ້ານ, 2.000 ກວ່າຄອບຄົວ, 12.000 ກວ່າຄົນ, ສ່ວນຜົນເສຍຫາຍ ມີຄົນເສຍຊີວິດ 1 ຄົນ, ເຮືອນເປ່ເພ-ໄຫຼນໍ້າ 109 ຫຼັງ, ຜົນຜະລິດເສຍຫາຍ ນາ 1.764 ເຮັກຕາ, ສວນປູກເຂົ້າ 498 ເຮັກຕາ, ໜອງປາ 271 ໜອງ, ຄວາຍ 5 ໂຕ, ງົວ 68 ໂຕ, ແບ້ 148 ໂຕ, ໝູ 18 ໂຕ, ນອກນັ້ນ ຍັງມີເສັ້ນທາງ, ລະບົບໄຟຟ້າໃຊ້, ພື້ນຖານໂຄງລ່າງ ການສຶກສາ, ສາທາລະນະສຸກ ແລະ ອື່ນໆ, ຊຶ່ງລວມມູນຄ່າເສຍຫາຍທັງໝົດ ໃນທົ່ວເມືອງ 317 ກວ່າຕື້ກີບ.
ນາຍົກມາເອງ! ທ່ານນາຍົກລົງພື້ນທີ່ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING