ນັກໂທດແຫກຄຸກຈາກຄ້າຍຄຸມຂັງໂພນຕ້ອງ ລົບໜີ 10ກວ່າຄົນ.
ທີ່ຄຸກໂພນຕ້ອງ ນະຄອນຫຼວງວຽງຈັນໃນວັນທີ 24/8/2020 ໄດ້ ມີການປັບປຸງກໍ່ສ້າງໂດຍເປີດປະຕູເອົາລົດຈົກເຂົ້າໄປໃນຄຸກຂຸມຂັງນັກໂທດ, ແຕ່ໄດ້ເກີດເຫດບໍ່ຄາດຝັນຂື້ນເມືອມີນັກໂທດຈຳນວນສິບກວ່າຄົນ ແລ່ນອອກຈາກປະຕູນັ້ນ, ຕຳຫຼວດຫຼາຍໆສະຫາຍໄດ້ພະຍາຍາມຄວບຄຸມ ແຕ່ເອົາບໍ່ຢູ່ຈຳນວນໜຶ່ງໜີໄປໄດ້.
ອາດເປັນໄປໄດ້ວ່າມີການວາງແຜນຊ່ວຍເຫລືອຈາກຄົນພາຍນອກໂດຍນຳໃຊ້ ລົດກະບະ ວີໂກ້ ສີປອນ ເປັນພາຫະນະນຳພານັກໂທດ ຫນີ, ສະນັ້ນໃຫ້ບັນດາພໍ່ແມ່ປະຊາຊົນຊ່ວຍເປັນຫູເປັນຕາຊ່ວຍກັນ, ຖ້າຫາທ່ານ ພົບເຫັນຄົນທີ່ຕ້ອງສົງໃສ ຮູບຮ່າງລັກສະນະຄ້າຍຄືນັກໂທດ ທີ່ໂຕນຫນີ ໃຫ້ທ່ານເເຈ້ງຫາເຈົ້າຫນ້າທີ່ດ່ວນ, ຕອນນີ້ຕຳຫຼວດກຳລັງຮີບນຳຈັບ ມາດຳເນີນຄະດີຕາມກົດໝາຍ ແຕ່ທີ່ສຳຄັນໃຫ້ທຸກຄົນມີສະຕິຫຼາຍຂຶ້ນໃຫ້ເຝົ້າລະວັງໃຫ້ຫລາຍກວ່າເກົ່າ.
ພາບ: abclao.comຫລ້າສຸດວັນທີ່ 25/8/2020 ໄດ້ມີລາຍງານວ່າຈາກເຈົ້າໜ້າທີ່ຄ້າຍຄຸມຂັງໂພນຕ້ອງ (ຄຸກໂພນຕ້ອງ) ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ແຈ້ງວ່າ:
ຮອດປັດຈຸບັນນີ້ເຈົ້າໜ້າທີ່ຄ້າຍຄຸມຂັງສາມາດຈັບກຸມນັກໂທດໄດ້ 5 ຄົນແລ້ວ ຍັງ 7 ຄົນ ຈາກນັກໂທດທີ່ໂຕນໜີອອກຈາກຄ້າຍຄຸມຂັງທັງໝົດ 12 ຄົນ ໃນວັນທີ 24 ສິງຫາ 2020 ທີ່ຜ່ານມາ ຊຶ່ງເປັນນັກໂທດຄະດີຢາເສບຕິດທັງໝົດ.
ນັກໂທດ10 ກວ່າຄົນ ແຫກຄຸກໂພນຕ້ອງໜີຕາຍຄະດີຢາເສບຕິດ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์