ນັກທ່ອງທຽວກ່ຳລັງນິຍົມໄປທ່ຽວ ຜາກະຕ່າຍ ຜາສູງຊັນແຂວງຄຳມ່ວນ.
ນັກທ່ອງທ່ຽວຫລາຍໆທ່ານທີ່ເຄີຍໄປທ່ຽວ ຜາກະຕ່າຍ ລ້ວນແລ້ວແຕ່ປະທັບໃຈກັບການໄດ້ໄປທ່ຽວຊົມຜາກະຕ່າຍ ແລະ ບອກໄດ້ເລີຍວ່າຖ້າຈະໄປທ່ຽວທຳມະຊາດຕ້ອງໄປທ່ຽວຊົມຜາກະຕ່າຍແລ້ວຈະໄດ້ຮັບຄວາມປະທັບໃຈ ແລະ ຄວາມຊົງຈຳກັບບ້ານໄປຢ່າງແນນອນ.
ຮູບ: ຄຳມ່ວນຊວນຊົມຜາກະຕ່າຍຈຸດຊົມວິວ 360 ອົງສາ ຕັ້ງຢູ່ເມືອງຍົມມະລາດ ແຂວງຄຳມ່ວນ(ເສັ້ນທາງໄປເຂື່ນນ້ຳເທີນ2) ເຊີ່ງຕິດກັບທາງເລກທີ 12 ມີຄວາມສູງຈາກລະດັບນ້ຳທະເລ 260m ແລະເສັ້ນທາງຢ່າງຂຶ້ນໄປຮອດຈຸດຊົມວິວຍາວ 750m ເປັນຈຸດຊົມວິວທິວທັດເທິງຈອມຜາທີ່ສູງທີ່ສຸດ ແລະສວຍງາມທີ່ສຸດແຫ່ງໜຶ່ງຂອງປະເທດລາວ.
ການໄຕ່ຂັ້ນໄດເທິງຈອມຜາ ນັກທ່ອງທ່ຽວຈະຮູ້ສຶກວ່າຕົນເອງກຳລັງບິນເຫາະເຫີນຢູ່ເທິງຈອມຜາ ເຊິ່ງສາມາດເບິ່ງເຫັນທັງວິວຫາງເຂື່ອນໄຟຟ້ານໍ້າເທີນສອງທີ່ສວຍງາມ, ທຳມະຊາດ, ຈອມຜາທີ່ເປັນຊໍ່ແຊງສະຫຼັບຊັບຊ້ອນ, ຕົ້ນໄມ້ທີ່ຂຽວງາມ ແລະທົ່ງກວ້າງ ທີ່ຈະເຮັດໃຫ້ນັກທ່ອງທ່ຽວໄດ້ປ່ອຍສາຍຕາໄປໄກ ເພີດເພີນກັບຈິນຕະນາການອັນຫາທີ່ປຽບໄດ້ຍາກ.
ຜາກະຕ່າຍ ຜາສູງຊັນທີ່ກ່ຳລັງເປັນທີ່ນິຍົມຂອງນັກທ່ອງທຽວຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD