ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ລາຍງານໃຫ້ຮູ້ວ່າ:
ການສອບເສັງໃນປີນີ້, ມີ 1 ສູນສອບເສັງໃຫຍ່ ຄື (ວິທະຍາເຂດດົງໂດກ), ໂດຍໄດ້ແບ່ງອອກເປັນ 17 ຈຸດສອບເສັງ, ມີ 600 ກວ່າຫ້ອງ ແລະ ໄດ້ສອບເສັງໃນ 8 ວິຊາຄື:
ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພາສາລາວ-ວັນນະຄະດີ, ພູມສາດ ແລະ ວິຊາປະຫວັດສາດ.
ນອກນັ້ນ ຍັງມີຈຸດສອບເສັງສຳຮອງ ເພື່ອຮອງຮັບນັກຮຽນ ທີ່ຫລົງຫ້ອງ, ຫລົງຈຸດ ສອບເສັງ, ພາຍຫລັງສອບເສັງສຳເລັດແລ້ວ ຄາດວ່າຈະປະກາດຜົນການສອບເສັງ ພາຍໃນ 30 ວັນ ເຊິ່ງນັກສຶກສາ ສາມາດຕິດຕາມຜົນການສອບເສັງ ຜ່ານທາງເວັບໄຊ ຂອງ ມຊ (https://entrance.nuol.edu.la ແລະ http://www.nuol.edu.la, ເຟດບຸກເພຈ: ຂ່າວສານ ມຊ NUoL News, ວິທະຍຸຄື້ນ 103.7 MHz ອອກອາກາດເວລາ 10:30–11:00 ໂມງ ຂອງທຸກໆວັນອາທິດ), ຕິດປະກາດຢູ່ທີ່ສະໂມສອນໃຫຍ່ ມຊ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ໃນຂອບເຂດທົ່ວປະເທດ.
ການລົງທະບຽນເຂົ້າຮຽນຂອງນັກສຶກສາຜູ້ທີ່ເສັງໄດ້ ແມ່ນຈະເລີ່ມ ແຕ່ມື້ປະກາດຜົນສອບເສັງ ເປັນຕົ້ນໄປ ແລະ ຈະເປີດການຮຽນ-ການສອນ ຊັ້ນຮຽນ ປີທີ 1 ໃນວັນທີ 12 ຕຸລາ 2020. ທ່ານ ຄໍາຜົງ ນາມມະວົງມີໄຊ ໃຫ້ຮູ້ອີກວ່າ:
ເພື່ອຮັກສາຄວາມໂປ່ງໃສ່ ໃນການສອບເສັງ ມະຫາວິທະຍາໄລແຫ່ງຊາດ ໄດ້ມີນິຕິກຳແຕ່ລະຂັ້ນຕອນ ໃນການກະກຽມ, ຈັດຕັ້ງສອບເສັງ ແລະ ກວດກາຕ່າງໆ, ໄດ້ນຳໃຊ້ລະບົບດີຈິຕອນ ຫລື ລະບົບຄອມພິວເຕີ ເຂົ້າໃນການກວດບົດສອບເສັງ ແລະ ສັບຊ້ອນ ປະກາດຜົນການສອບເສັງ.
ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກສຶກສາກວ່າ 9 ພັນຄົນ