22 May
22May

ແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍໝາກມື

ແຫຼ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດຫ້ວຍໝາກມື ໄດ້ຮັບການສໍາຫຼວດຈາກພາກສ່ວນລັດ ຈໍານວນ 3 ຄັ້ງຄື: ປີ 2014, 2016 ແລະ ຄັ້ງທີ່ 3 2017
ພາຍຫຼັງທີ່ໄດ້ຮັບການສໍາຫຼວດ ຈັບຈຸດພິກັດ (GPS) ພ້ອມທັງກໍານົດຂອບເຂດ ແຫຼ່ງທ່ອງທ່ຽວ ເປັນຕົ້ນມາ ທາງອົງການປົກຄອງເມືອງ ນັ້ນກໍ່ຄືຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
ພາບ: Muanglong Tourism 
ຈີ່ງໄດ້ກໍານົດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ນັ້ນກໍ່ຄືແຜນພັດທະນາການທ່ອງທ່ຽວ ພ້ອມທັງໄດ້ຈັດໃຫ້ເປັນບູລິມະສິດ ໃນການສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງທີ່ 2 ຂອງເມືອງຖັດຈາກແຫຼ່ງທ່ອງທ່ຽວທໍາມະຊາດພູຜາຄໍາ; ເປັນຫຍັງຈື່ງເອີ້ນວ່ານໍ້າຕົກຕາດຫ້ວຍໝາກມື? ກໍ່ຍ້ອນວ່າ ໃນເມື່ອກ່ອນບໍລິເວນຫ້ວຍແຫ່ງນີ້ມີຕົ້ນໝາກມືຫຼາຍທີ່ສຸດຢູ່ລຽບຕາມຫ້ວຍ ປະຊາຊົນໃນເມື່ອກ່ອນເລີຍພາກັນເອີ້ນວ່າ ຫ້ວຍໝາກມື ເຊີ່ງນໍ້າຕົກຕາດແຫ່ງນີ້ແມ່ນເອີ້ນຕາມສາຍນໍ້າຫ້ວຍຄື: ນໍ້າຕົກຕາດຫ້ວຍໝາກມື ມາຈົນເຖີ່ງເທົ່າທຸກວັນນີ້.ນໍ້າຕົກຕາດຫ້ວຍໝາກມື ຕັ້ງຢູ່ບ້ານຈ່າຄໍາປິງ ທິດເໜືອ ແລະ ທິດຕາເວັນອອກຕິດກັບ ຂອບເຂດທໍາການຜະລິດຂອງ ບ້ານສີວິໄລ, ທິດຕາເວັນຕົກ ແລະ ທິດໃຕ້ ຕິດກັບຂອບເຂດທໍາການຜະລິດບ້ານຈ່າຄໍາປິງ ແລະ ປ່າສະຫງວນຂອງບ້ານ ຫ່າງຈາກເທດສະບານເມືອງລອງ 8 ກິໂລແມັດ
ແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍໝາກມື

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING