ນ້ຳຕົກຕາດນ້ຳສະນາມຕາດທຳມະຊາດຂອງພູຫີນປູນແຂວງຄຳມ່ວນ.
ນ້ຳຕົກຕາດນ້ຳສະນາມສະຖານທີ່ທ່ອງທ່ຽວແຫ່ງນີ້ເປັນສະຖານທີ່ທີ່ມີຄວາມສົມບູນຂອງທຳມະຊາດ, ປະກອບດ້ວຍປ່າໄມ້ທີ່ຕຶບໜາ ມີສັດ ແລະ ພືດພັນຫຼາຍຊະນິດ, ທັງ ຍັງເປັນແຫຼ່ງທ່ອງທ່ຽວຕາກອາກາດ, ຍ່າງປ່າຊົມທິວທັດທຳມະ ຊາດເປັນອີກໜຶ່ງທຳມະຊາດທີ່ສວຍງາມຂອງແຂວງຄຳມ່ວນ.
ສະຖານທີ່ດັ່ງກ່າວແມ່ນຕັ້ງຢູ່ ໃນພູຜາໜ່ານໃນເຂດປ່າສະຫງວນ ພູຫີນປູນ, ເຂດບ້ານຄູນຄຳ ເມືອງ ຄູນຄຳ ແຂວງຄຳມ່ວນ ຫ່າງຈາກ ຕົວເມືອງ 3 ກິໂລແມັດ, ສາມາດຂີ່ລົດປະເພດສີ່ລໍ້ເຂົ້າໄປໄດ້ປະມານ 2 ກິໂລແມັດ. ຫລັງຈາກນັ້ນເຮົາກໍ່ຍ່າງ ຂຶ້ນພູເຂົາດິນທີ່ມີປ່າໄມ້ອຸດົມສົມບູນມີນົກ, ສັດປ່າຫຼາຍຊະນິດພັນ, ໄລ ຍະທາງດັ່ງກ່າວນີ້ກໍ່ປະມານ 1 ກິໂລ ແມັດ ກໍ່ຈະເຖິງຈຸດນ້ຳຕົກຕາດ.
ພາບ: sethakit-psx.la ນ້ຳຕົກຕາດນ້ຳສະນາມເປັນສະຖານທີ່ທຳມະຊາດ ແລະ ການທ່ຽວຊົມກໍເປັນແບບທຳມະຊາດໂດຍການຢ່າງໄປບໍ່ມີພາຫະນະໃດນຳພາໄປ, ຖ້າຫາກເຮົາເຂົ້າໄປໃນຍາມເຊົ້າ ໂດຍບໍ່ໃຊ້ສຽງດັງໂອກາດເຮົາຈະ ເຫັນຝູງລີງ, ໂຄ່ງ, ຂາແດງມາກິນນ້ຳ ໂດຍສະເພາະແລ້ວໃນຍາມເວລາປະມານ 8:00 ໂມງ.
ນ້ຳຕົກຕາດ ນີ້ຕົກຈາກໜ້າຜາສູງປະມານ 70-100 ແມັດ. ແບ່ງອອກເປັນສອງ ແງ່, ແສງຕາເວັນຍາມເຊົ້າຕ້ອງກັບນ້ຳຕົກເປັນແສງຮຸ້ງປະກາຍອອກຢ່າງງົດງາມເມື່ອເວລາເຮົາຍ່າງ ເລາະລຽບຕາມສາຍນ້ຳຕົກຕາດນ້ຳສະນາມລົງມາຈະເຫັນວັງນ້ຳໃນ ຊ່ວງໄລຍະເດືອນ 8-11 ຈະມີນ້ຳ ຕົກສວຍງາມຫຼາຍກວ່າໃນຊ່ວງເດືອນອື່ນໆ.
ນ້ຳຕົກຕາດນີ້ຈະມີຕະ ຫຼອດ, ຈຸດນ້ຳຕົກຕາດນ້ຳສະນາມ ຫ່າງຈາກນ້ຳຕົກຕາດມ່ວງປະມານ 3-4 ກິໂລແມັດ ແລະ ສາມາດສ້າງ ເສັ້ນທາງເຊື່ອມຕໍ່ກັນໄດ້ຜ່ານປ່າສະຫງວນຂອງແຂວງຄຳມ່ວນ ໄປຫາ ກັນໄດ້.
ນ້ຳຕົກຕາດນ້ຳສະນາມທຳມະຊາດທີ່ສວຍງາມຂອງຄຳມ່ວນ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์