ນ້ຳຕົກຕາດອີ່ຕູ້ ແຫລ່ງທ່ອງທ່ຽວທຳມະຊາດຂອງເມືອງປາກຊ່ອງ.
ແນນອນບ່ອນທ່ອງທ່ຽວພັກຜ່ອນຢ່ອນໃຈຂອງເມືອງປາກຊ່ອງ ແຂວງຈຳປາສັກທີ່ໄດ້ທັງຄວາມສວຍງາມ ແລະ ຄວາມຊຸມເຢັນຂອງສາຍນ້ຳກໍຕ້ອງແມ່ນນ້ຳຕົກຕາດອີ່ຕູ້ນີ້ເລີຍ, ເມືອກ້າວເຂົ້າສູ່ລະດູຝົນໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວໄປພົບກັບກິ່ນອາຍສາຍຝົນ ອາຍໝອກ, ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ນໍ້າຕົກຕາດງາມໆ ມີສາຍຮຸ້ງອອກມາກິນນໍ້າ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ.
ພາບ: kuanjailao.comນ້ຳຕົກຕາດອີ່ຕູ້ ເປັນຕາດຂະໜາດໃຫຍ່ມີນ້ຳໄຫຼ ຕົກລົງຈາກໜ້າຜາສູງ ເປັນຕາດຊັ້ນດຽວ ບໍລິເວນທາງລຸ່ມຕາດອີ່ຕູ້ເປັນອ່າງເລິກ ແລະໄຫຼລົງມາຢ່າງແຮງ ບັນຍາກາດບໍລິເວນຕາດອີ່ຕູ້ມີບັນຍາກາດຮົ່ມເຢັນ ແຕ່ການເດິນທາງຍ່າງຂຶ້ນຕ້ອງເມື່ອຍແດ່ ເພາະເປັນທາງຂຶ້ນ-ລົງພູ ແຕ່ເປັນຂັ້ນໄດຊີມັງ ຈຶ່ງການເຮັດໃຫ້ການຂຶ້ນລົງສະດວກ ບໍລິເວນດ້ານເທິງຂອງນ້ຳຕົກຕາດອີ່ຕູ້ ມີລີສອດ ຮ້ານອາຫານ ບໍລິການນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການ ຄົນສ່ວນຫຼາຍຈະມາທ່ອງທ່ຽວໃນວັນພັກການ ເຊັ່ນ ເສົາ-ອາທິດເປັນຕົ້ນ.
ແຕ່ກ່ອນອື່ນທີ່ເຮົາຈະໄປຫາປາຍທາງ ນໍ້າຕົກຕາດອີ່ຕູ້ ເຮົາກໍ່ຕ້ອງໄດ້ຜ່ານເສັ້ນທາງ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ ແລະ ໝາກນັດ.
ນ້ຳຕົກຕາດອີ່ຕູ້ ອີກໜຶ່ງແຫລ່ງທຳມະຊາດທີ່ສວຍງາມ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์