10 May
10May

ທ່ຽວຊົມທຳມະຊາດນ້ຳຕົກຕາດແຊພະ-ເຊປ່ອງໄລ ທີ່ສວຍງາມຂອງ ອັດຕະປື

ທຳມະຊາດຂອງນໍ້າຕົກຕາດແຊພະ-ເຊ ປ່ອງໄລ ເປັນສະຖານທີ່ທ່ອງ ທ່ຽວທີ່ໂດດເດັ່ນ ແລະ ສວຍ ສົດງົດງາມອີກແຫ່ງໜຶ່ງທີ່ ຖືກອອ້ມຮອບໄປດ້ວຍທິວ ທັດທໍາມະຊາດອັນຂຽວງາມອຸ່ມທຸ່ມ ຈຶ່ງເຮັດໃຫ້ອາກາດ ເຂດນີ້ມີຄວາມປອດໂປ່ງສົດໄສດີ.

ພາບ: laophattananews.com

ນໍ້າຕົກຕາດແຊພະ- ເຊ ປ່ອງໄລ ຕັ້ງຢູ່ຕາມ ລໍາເຊນໍ້າ ປຽນ ເຂດບ້ານຫີນລາດ, ເມືອງສະໜາມໄຊ, ແຂວງ ອັດຕະປື ຫ່າງຈາກເທສະ ບານເມືອງໄປປະມານ 23 ກິໂລແມັດ, ເປັນນໍ້າຕົກ ຕາດ ທີ່ມີສະເໜ່ງົດງາມແບບທໍາມະຊາດ,
ເໝາະແກ່ການມາ ທ່ຽວຊົມ ແລະ ພັກຜ່ອນຢ່ອນ ໃຈໃນຍາມຫວ່າງເພື່ອມາ ຍ່າງເລາະປ່າທ່ຽວຊົມທໍາມະ ຊາດ, ກິນເຂົ້າປ່າສາມັກຄີ ແລະ ລົງຫຼິ້ນນໍ້າຕົກຕາດ ແຊ່ ເຢັນໃຫ້ຊື່ນໃຈ ທ່ານໃດຫາກ ໄດ້ໄປທ່ຽວຊົມນໍ້າຕົກຕາດ ແຫ່ງນີ້ກໍຈະສັງເກດເຫັນນໍ້າຕົກຕາດທີ່ເປັນຊັ້ນຕົກລົງມາ ເຊິ່ງມີຄວາມສູງປະມານ 23ແມັດ ແລະ ກວ້າງ ກວ່າຮ້ອຍ ແມັດ ຕາມຕໍານານທີ່ໄດ້ເລົ່າ ຂານກັນມາວ່າ:
ໃນເມື່ອກ່ອນ ຢູ່ບໍລີເວນຕາດແຫ່ງນີ້ ໄດ້ມີ ຖໍ້າແຫ່ງໜຶ່ງ ແລະ ໄດ້ມີພະ ສັກສິດອົງໜຶ່ງທີ່ສາມາດສະ ເດັດໄປໃນທຸກຫົນແຫ່ງ. ນອກ ນັ້ນ, ໃນຖໍ້າແຫ່ງນີ້ ຍັງ ມີແກ້ວ ແຫວນເງິນຄໍາ ແລະ ເພັດນິນ ຈິນດາຕ່າງໆ ເຊິ່ງປະຊາຊົນ ຢູ່ເຂດນີ້ເຄີຍມາຢືມເອົາ ເຄື່ອງ ເຫຼົ່ານີ້ໄປປະດັບເອ້ໃນຍາມ ມີງານບຸນຕ່າງໆແລ້ວກໍເອົາມາສົ່ງຄືນຄືເກົ່າ,
ຕໍ່ມາໄດ້ມີ ກຸ່ມຄົນບໍ່ດີມາລັກເອົາເຄື່ອງຂອງທີ່ມີຄ່າຕ່າງໆເຫຼົ່ານັ້ນໄປ ແລະ ບາງຄົນເອົາໄປແລ້ວ ບໍ່ມາສົ່ງຄືນ ຈຶ່ງເຮັດໃຫ້ພະ ອົງດັ່ງກ່າວນັ້ນສະເດັດໄປ ປະດິດສະຖານຢູ່ແຫ່ງອື່ນ ແລ້ວຖໍ້າແຫ່ງນີ້ກໍໄດ້ຫັກເພ ພັງລົງມາຈົນບໍ່ມີໃຜສາມາດ ເຂົ້າໄປໃນຖໍ້ານີ້ໄດ້ ຈິ່ງເປັນ ທີ່ມາຂອງຊື່ຕາດແຊພະ ແຫ່ງນີ້.
ທ່ຽວຊົມທຳມະຊາດຂອງນ້ຳຕົກຕາດແຊພະ-ເຊປ່ອງໄລ ອັດຕະປື

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู:    https://doodido.com/

UFABET:    https://www.ufabet369.net/ufabet/

แทงบอล:    https://www.ufabet369.net/

ดูบอล:    https://zonedooball.com/

ดูหนัง HD:    https://moviesdoofree.com/

Comments
* The email will not be published on the website.
I BUILT MY SITE FOR FREE USING