ບຸນຊ່ວງເຮືອທ່າວັດຈັນຈັດພາຍໃຕ້ເງືອນໄຂຂໍ້ກຳນົດຈ່ຳນວນໜຶ່ງ.
ເພື່ອຮັກສາ ແລະ ສົ່ງເສີມຮີ່ຄອງປະເພນີອັນດີງາມຂອງລາວເຮົາກໍຄືວຽງຈັນທີ່ສືບຖອດກັນມາແຕ່ສະໄໝປູ່ຍາຕາຍາຍກ່ຽວກັບງານບຸນປະເພນີຊ່ວງເຮືອທ່າວັດຈັນເພື່ອໃຫ້ຊາວລາວຍັງມີໄວ້ປະຕິບັດກັນຕໍ່ໄປ ແລະ ອັນເນືອງຈາກສະພາບປະຈຸບັນການລະບາດຂອງໂຄວິດຍັງຄົງຕ້ອງໄດ້ລະມັດລະວັງກັນຢູ່ສະນັ້ນການຈັດງານຄັ້ງນີ້ຕ້ອງເປັນໄປດ້ວຍຄວາມລະມັດລະວັງ. ຕາມຂ່າວໃຫ້ຮູ້ວ່າງານບຸນຊ່ວງເຮືອທ່າວັດຈັນປີນີ້ ຈະບໍ່ໄດ້ຈັດໃຫຍ່ຄືປີທີ່ຜ່ານມາ ເນື່ອງຈາກວ່າມີສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ມີພື້ນທີ່ການຈັດງານບຸນ, ການຂາຍຜະລິດຕະພັນຕ່າງໆໃຫ້ກະທັດຮັດທີ່ສຸດ ຊຶ່ງຈະໄດ້ກຳນົດຂາຍພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດນອກຈຳນວນໜຶ່ງ. ສ່ວນງານການແຂ່ງຂັນເຮືອຊ່ວງນັ້ນ ຈະມີເຮືອພຽງແຕ່ 10 ລຳໃນການແຂ່ງຂັນ, ແລະ ແຕ່ລະລຳກຳນົດໃຫ້ມີພຽງແຕ່ 12 ສີພາຍເທົ່ານັ້ນ.
ພາບ: targetlaos.com ທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ທັງເປັນປະທານຈັດງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນ ໄດ້ຈັດພິທີຖະແຫຼງຂ່າວ ຕໍ່ສື່ມວນຊົນລາວ ໃນວັນທີ 22 ກັນຍາ ນີ້ວ່າ: ກ່ຽວກັບການຈັດງານບຸນສະເຫຼີມສະຫຼອງງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນປີນີ້ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້ ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ.
ທ່ານ ບຸນໜາ ຍັງໄດ້ກ່າວຕື່ມອີກວ່າ: ນອກຈາກຈະເປັນການສະເຫຼີມສະຫຼອງບຸນອອກພັນສາປະວໍລະນາແລ້ວ ຍັງເປັນການສົ່ງເສີມໂຄສະນາວາງສະແດງຈຳໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນ ສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ທີ່ມາທ່ຽວງານໄດ້ຊຶື້ – ໄດ້ຂາຍ ທັງແລກປ່ຽນຜະລິດຕະພັນພາຍໃນ ແລະ ເປັນການສົ່ງເສີມການທ່ອງທ່ຽວພາຍໃນ ຫຼື ລາວທ່ຽວລາວ.
ໄດ້ເຮ! ບຸນຊ່ວງເຮືອທ່າວັດຈັນຈັດໄດ້ພ້ອມຂໍ້ກຳນົດເງືອນໄຂຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์