26 Oct
26Oct

ບູນທາດຫລວງປີນີ້ 3 ມື້ກໍພໍຕາມຂໍ້ກຳນົດຂອງສຳນັກງານນາຍົກລັດຖະມົນຕີ.

ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລື່ອງ ທິດຊີ້ນໍາກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ສະບັບເລກທີ 1132/ຫສນຍ; ລົງວັນທີ 15 ຕຸລາ 2020 ເຖິງເຈົ້າຄອງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ:
ພາບ: Image by 41330 from Pixabay
1. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຫັນດີໃຫ້ຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ແຕ່ການຈັດງານບຸນປີນີ້ ແມ່ນໃຫ້ຖືເອົາປະເພນີເປັນຕົ້ນຕໍ. ສ່ວນການຈັດຕະຫຼາດນັດ ວາງສະແດງສິນຄ້າ ແລະ ການຂາຍເຄື່ອງດື່ມ(ທີ່ມີທາດເຫຼົ້າ) ແລະ ງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ. ສໍາລັບຮ້ານຂາຍອາຫານ, ເຄື່ອງດື່ມ(ທີ່ບໍ່ມີທາດເຫຼົ້າ), ຮ້ານຂາຍດອກໄມ້, ທູບ-ທຽນ ເພື່ອບູຊາ ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫຼາຍຈຸດ.
2. ສໍາລັບວັນ ແລະ ເວລາ ແມ່ນເຫັນດີໃຫ້ຈັດໃນລະຫວ່າງວັນທີ 29-31 ຕຸລາ 2020 (ກໍານົດໃຫ້ 3ວັນ) ຕາມການສະເໜີ, ລາຍລະອຽດມີດັ່ງນີ້:
  • ມື້ຂຶ້ນ 13 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 29 ຕຸລາ 2020: ພິທີຄອບໄຄວ່ ແລະ ແຫ່ຜາສາດເຜິ້ງ.
  • ມື້ຂຶ້ນ 14ຄໍ່າ ເດືອນ 12ລາວ ກົງກັບວັນທີ 30 ຕຸລາ 2020 ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ.
  • ມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 31ຕຸລາ 2020 ພິທີຕັກບາດ ແລະ ວຽນທຽນ. ສ່ວນຮູບແບບການຕັກບາດໃນຕອນເຊົ້າ ແມ່ນໃຫ້ຈໍາກັດ ແລະ ຈັດຢູ່ສະເພາະແຕ່ເດີ່ນສະໜາມຫຼວງ ໂດຍກໍາກັບການວາງບາດຄູບາໃຫ້ມີໄລຍະຫ່າງທີ່ເໝາະສົມ.
3. ມອບໃຫ້ຄະນະສະເພາະກິດ ໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ເອົາໃຈໃສ່ກໍາກັບການປະຕິບັດຄາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ. ພ້ອມທັງຖືເອົາໂອກາດນີ້ເປັນການໂຄສະນາປະຊາສໍາພັນໃຫ້ປະຊາຊົນ ແລະ ມວນຊົນ ທີ່ມາຮ່ວມງານ ຮັບຮູ້ ແລະ ເຂົ້າໃຈ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີບັນຍາກາດ ແລະ ຮັບປະກັນຄວາມສະຫງົບປອດໄພ.
ຍັງໄດ້ທ່ຽວຢູ່! ບູນທາດຫລວງປີນີ້ກຳນົດຈັດພຽງແຕ່ 3 ມື້ເທົ່ານັ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING