11 May
11May

ບໍ່ອະນຸຍາດໃຫ້ຄົນເຈັບລາວທີ່ຈະໄປປີ່ນປົວຢູ່ປະເທດ ໄທ ໃຊ້ລົດສ່ວນຕົວ

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ໃນຕອນບ່າຍມື້ນີ້ວ່າ ກໍລະນີຄົນເຈັບລາວ ທີ່ມີຈຸດປະສົງຢາກໄປປີ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ ລາຍລະອຽດກໍ່ຂໍໃຫ້ປະສານງານກັບເຈົ້າໜ້າທີ່ປະຈຳດ່ານ.

ພາບ: ພູນຊັບ

ທຸກຄົນທີ່່ຈະໄປແມ່ນໃຫ້ປະຕິບັດຕາມແຈ້ງການຂອງຜູ້ວ່າລາດຊະການແຂວງໜອງຄາຍ ທີ່ອະນຸຍາດໃຫ້ຄົນເຈັບທີ່ມີຄວາມຈໍາເປັນໄປຕາມແພດນັດ ແລະ ໄປຮັກສາແບບຕໍ່ເນື່ອງ ເຊິ່ງຈະຕ້ອງໄດ້ນັດໝາຍກັບໂຮງໝໍທີ່ຈະໄປປີ່ນປົວກ່ອນ.
ສຳລັບນັກສຶກສາລາວ ຫຼື ຄົນລາວ ທີ່ຈະກັບເຂົ້າມາຈາກຕ່າງປະເທດໃນໄລຍະນີ້ຈະຕ້ອງໄດ້ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແຈ້ງອອກສະບັບເລກທີ່ 1342/ຕປທ.ສພກ ລົງວັນທີ່ 7 ພຶດສະພາ 2020
ເຊັ່ນວ່າ ກ່ອນຈະເດີນທາງເຂົ້າມາລາວ ກໍ່ຕ້ອງໄດ້ລົງທະບຽນຢູ່ສະຖານກົງສູນຢູ່ປະເທດທີ່ຕົນອາໄສຢູ່ນັ້ນ, ເວລາເຂົ້າມາຮອດປະເທດລາວ ກໍ່ຈະໄດ້ປະຕິບັດມາດຕະການຕ່າງໆເປັນຕົ້ນວ່າ ການກວດຫາເຊື້ອພະຍາດໂຄວິດ-19 ແລະ ການຈຳກັດບໍລິເວນ 14 ວັນ.
ຄົນເຈັບລາວທີ່ຈະໄປປີ່ນປົວຢູ່ປະເທດໄທ ບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING