12 Jul
12Jul

ບໍ່ແກ້ວແຈ້ງແຮງງານມຽນມາທີ່ກັບຄືນປະເທດກວດພົບໂຄວິດ-19.

    ຫລັງຈາກໂຄວິດ19ໄດ້ງຽບໄປໄລຍະໜຶ່ງໃນ ສປປ ລາວ ກໍ່ກັບມາຮືຮາກັນອີກຄັ້ງຫລັງຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ແຈ້ງການກ່ຽວກັບການຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານ ຢູ່ເຂດເສດຖະກິດສາມຫຼ່ຽມຄໍາກັບຄືນປະເທດແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ນະຄອນຢາງກຸ້ງ ສ.ມຽນມາ ຕາມເວັບໄຊກະຊວງສາທາລະນະສຸກ ສ.ມຽນມາ.

ພາບ: laoedaily.com.la 

    ອີງຕາມແຈ້ງການສະບັບເລກທີ 279/ສພກ.ບກ, ລົງວັນທີ 10 ກໍລະກົດ 2020 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ໃຫ້ຮູ້ວ່າ:

    ໃນວັນທີ 24 ມິຖຸນາ 2020 ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາກັບຄືນປະເທດຈໍານວນ 184 ຄົນ, ຍິງ 66 ຄົນ. ຜ່ານການມອບ-ຮັບຢ່າງເປັນທາງການ ໂດຍຊ້ອງໜ້າເຈົ້າໜ້າທີ່ທັງສອງຝ່າຍ ທີ່ດ່ານສາບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຫຼັງຈາກນັ້ນຝ່າຍມຽນມາກໍ່ໄດ້ນໍາຕົວແຮງງານທັງໝົດ ກັກບໍລິເວນ ຕາມມາດຕະການທາງການມຽນມາກໍານົດ ຢູ່ເມືອງກໍາມະຍຸດ ນະຄອນຢາງກຸ້ງ ສ.ມຽນມາ ຈົນຮອດວັນທີ 4 ກໍລະກົດ 2020 ພະແນກການຕ່າງປະເທດແຂວງບໍ່ແກ້ວ ໄດ້ຮັບຂໍ້ມູນຈາກທາງການມຽນມາວ່າ:

    ມີແຮງງານທີ່ກັບຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕິດເຊື້ອໂຄວິດ-19 ຊື່ ທ້າວ ອຸມິນມິນ ອາຍຸ 43 ປີ ຮ່ວມກັບຜູ້ກັກຕົວຢູ່ສູນດຽວກັນ ທີ່ເດີນທາງມາຈາກຫຼາຍປະເທດຄື: ແຮງງານທີ່ກັບຈາກປະເທດໄທຕິດເຊື້ອຕິດເຊື້ອ 1ຄົນ, ປະເທດສິງກະໂປຕິດເຊື້ອ 1ຄົນ, ປະເທດບັງກາລາເທດ ຕິດເຊື້ອ 3 ຄົນ ແລະ ປະເທດອິນເດຍຕິດເຊື້ອ 1 ຄົນ ແລະ ກັບຈາກປະເທດລາວ 1ຄົນ ລວມທັງໝົດເປັນ 7 ຄົນ.

ຂ່າວດ່ວນ! ແຮງງານມຽນມາທີ່ກັບຄືນປະເທດກວດພົບໂຄວິດ-19

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING