25 Jul
25Jul

ປອດເຊື້ອມາ 100ກວ່າວັນ ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ.

    ຫລັງຈາກພໍ່ແມ່ປະຊາຊົນກໍ່ໄດ້ກັບມາດຳລົງຊີວິດໄດ້ປົກກະຕິໄລຍະໜຶ່ງເທົ່ານັ້ນ ແຕ່ຫຼ້າສຸດໃນວັນທີ 24 ກໍລະກົດ 2020 ຄະນະສະເພາະກິດໄດ້ອອກມາຖະແຫຼງວ່າ ໂຄວິດ-19 ກັບມາລະບາດຮອບ 2 ໂດຍພົບຜູ້ຕິດເຊື້ອ 1 ຄົນ, ຫລັງຈາກໄດ້ຟັງຂ່າວດີມາພຽງ 102 ມື້ເທົ່ານັ້ນ.
    ຕາມການຖະແຫລ່ງຂ່າວຂອງ ທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ໄດ້ຖະແຫຼງວ່າ: ໃນວັນທີ 23 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 425 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 143 ຄົນ, ແຮງງານຈີນ 225 ຄົນ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 57 ຄົນ; ຜົນກວດວິເຄາະທັງໝົດແມ່ນ ມີ 1 ກໍລະນີ ພົບເຊື້ອ ໂຄວິດ-19 ເຊິ່ງຕອນນີ້ໄດ້ນໍາໄປປິ່ນປົວຢູ່ໂຮງໝໍມິດຕະພາບແລ້ວ ສ່ວນລາຍລະອຽດກ່ຽວກັບຜູ້ຕິດເຊື້ອມີດັ່ງລຸ່ມນີ້:
ພາບ: laoedaily.com.la
    ຜູ້ຕິດເຊື້ອເປັນເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ, ບ່ອນເຮັດວຽກ: ເຂື່ອນໄຟຟ້ານໍ້າງຽບ, ຜູ້ກ່ຽວຍັງບໍ່ທັນໄດ້ລົງໄປເຄື່ອນໄຫວວຽກງານຢູ່ເຂື່ອນ, ຍັງຢູ່ໃນໄລຍະການຈໍາກັດບໍລິເວນ ທີ່ໂຮງແຮມຂອງຄະນະສະເພາະກິດໄດ້ກຳນົດໄວ້ (Crown Plaza Hotel) ໃນນະຄອນຫຼວງວຽງຈັນ ຈົນຄົບ 14 ວັນ.
ຕາມການລາຍງານຂອງຜູ້ກ່ຽວ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດຊອກຫາເຊື້ອ ໂຄວິດ-19 ດ້ວຍ RT-PCR ໃຫ້ຜົນລົບ; ກ່ອນເດີນທາງມາປະເທດລາວ, ຜູ້ກ່ຽວອາໄສຢູ່ນຳຄອບຄົວ ບໍ່ມີພີ່ນ້ອງເປັນພະຍາດ ໂຄວິດ-19.
ດ້ານປະຫວັດການເດີນທາງຂອງຜູ້ຕິດເຊື້ອ ໃນວັນທີ 18 ກໍລະກົດ 2020 ເດີນທາງຈາກປະເທດຍີ່ປຸ່ນ (ໂອຊາກາ ຫາ ໂຕກຽວ) ມາຜ່ານ ສ. ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານດ່ານສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A, ນ້ຳເບີຕັ່ງ 015E; ຜູ້ກ່ຽວເດີນທາງມາກັບກຸ່ມໝູ່ 4 ຄົນ, ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ; ເດີນທາງຈາກສະໜາມບິນມາໂຮງແຮມ ດ້ວຍລົດຕູ້ເຊົ່າ ເຊິ່ງໂຮງແຮມເຊົ່າມາ, ມີທັງໝົດ 6 ຄົນນັ່ງລົດຄັນດຽວກັນ ລວມທັງຜູ້ກ່ຽວ.
ຂ່າວດ່ວນ!!! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING