ປະຫວັດຄວາມເປັນມາຂອງຖ້ຳປູຄຳເມືອງວັງວຽງແຂວງວຽງຈັນ.
ເມືອງວັງວຽງ ຕັ້ງຢູ່ທາງທິດເໜືອຂອງ ແຂວງວຽງຈັນ ເປັນເມືອງທີ່ອຸດົມສົມບູນໄປດ້ວຍທໍາມະຊາດທີ່ສວຍສົດງົດງາມ, ມີສາຍນໍ້າຊອງໄຫຼຜ່ານແຕ່ເໜືອຮອດໃຕ້, ມີພູຜາປ່າດົງ ແລະ ຖໍ້າຕ່າງໆ ທີ່ອັດສະຈັນຫຼາຍບ່ອນ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຄົນເປັນຢ່າງດີ ຈົນກາຍເປັນເມືອງທ່ອງທ່ຽວທີ່ມີສະເໜ່ ສາມາດດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງຫລວງຫລາຍ.
ບ່ອນທີ່ຍອດຮິດຂອງນັກທ່ອງທ່ຽວໃນວັງວຽງທີ່ໜ້າຈະຮູ້ຈັກກັນເປັນຢ່າງດີກໍ່ຄືຖ້ຳປູຄຳ, ຖ້ຳປູຄຳເປັນສະຖານທີ່ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງແຫ່ງໜຶ່ງຢູ່ເມືອງວັງວຽງ, ຖ້ຳນີ້ຕັ້ງຢູ່ບໍລິເວນບ້ານນາທອງ (ເຂດລ້ອງກວາງ) ເຊີ່ງຫ່າງຈາກເທດສະບານເມືອງໄປທາງທິດຕາເວັນຕົກປະມານ 7 ກິໂລແມັດ. ໃນເມື່ອກ່ອນຊາວບ້ານພາກັນເອີ້ນວ່າ “ຖ້ຳເຈຍ ຫຼື ຖ້ຳຜາກາ” ຍ້ອນບໍລິເວນທີ່ຕັ້ງຂອງຖ້ຳໄດ້ມີສາຍນ້ຳກາໄຫຼຜ່ານທັງເປັນບ່ອນຢູ່ອາໃສຂອງຝູງນົກແອ່ນ ແລະ ເຈຍເປັນຈຳນວນຫຼວງຫຼາຍ, ຊາວບ້ານໄດ້ອາໃສຖ້ຳແຫ່ງນີ້ເປັນບ່ອນທຳມາຫາກິນເພື່ອໄລ່ລ່າຫາຈັບນົກແອ່ນ ແລະ ເຈຍມາຂາຍ ແລະ ເປັນອາຫານຕາມວິຖີຊິວິດຂອງຊາວຊົນນະບົດ.
ພາບ: vangvieng.gov.la ໃນປີ 1976 ໄດ້ມີປະຊາຊົນຈຳນວນໜຶ່ງທີ່ເຂົ້າໄປຫາເຈຍຢູ່ໃນຖ້ຳໄດ້ໄປພົບເຫັນອ່າງນ້ຳແຫ່ງໜຶ່ງທີ່ມີນ້ຳຍ່ອຍຈາກຜາຫີນລົງໃສ່ອ່າງ, ເຫັນກະປູສອງໂຕມີສີເຫືຼອງຄືຄຳ ເຊີ່ງເປັນຄູ່ຜົວເມຍໄດ້ອາໃສຢູ່ ເຊີ່ງກະປູຄູ່ນີ້ມັນແຕກຕ່າງຈາກປູນາທົ່ວໆໄປ ແລະ ມີຂາຍາວກວ່າ. ພາຍຫຼັງກັບມາເຖິງບ້ານກໍໄດ້ນຳເອົາເລື່ອງລາວມາເວົ້າໃຫ້ຊາວບ້ານຟັງອັນໄດ້ສ້າງຄວາມສົນໃຈໃຫ້ຫຼາຍຄົນຢາກໄປເຫັນ. ຈາກນັ້ນ ຊາວບ້ານຜູ້ທີ່ໄປຊອກຢູ່ຫາກິນຢູ່ໃນບໍລິເວນດັ່ງກ່າວຕ່າງກໍໄດ້ພາກັນເດີນທາງໄປຮອດອ່າງນ້ຳເພື່ອຢາກເຫັນປູຄຳ, ແຕ່ວ່າການໄປຂອງເຂົາເຈົ້າບາງຄົນກໍພົບເຫັນ ແລະ ບາງຄົນກໍບໍ່ພົບເຫັນ.ສຳລັບຜູ້ທີ່ໄດ້ພົບເຫັນປູຄຳຖືວ່າບຸກຄົນນັ້ນຈະມີໂຊກໃນການຊອກຢູ່ຫາກິນໃນມື້ນັ້ນໄດ້ຫຼາຍ, ສ່ວນຜູ້ທີ່ບໍ່ເຫັນປູຄຳປະກົດວ່າການຊອກຢູ່ຫາກິນຂອງເຂົາເຈົ້າມື້ນັ້ນໄດ້ໜ້ອຍ (ບໍ່ໝານ) ບໍ່ມີໂຊກ. ໃນທີ່ສຸດກໍເປັນເລື່ອງທີ່ເຊື່ອຖື ແລະ ເລົ່າລືກັນໄປທົ່ວບ້ານວ່າ: ຜູ້ໃດມີດວງສະຕາວາສະໜາດີຈຶ່ງໄດ້ພົບເຫັນປູຄຳ ແລະ ໄດ້ພາກັນເອີ້ນຊື່ວ່າ: “ຖ້ຳປູຄຳ” ມາຈົນເຖີງປະຈຸບັນ.
ປະຫວັດຖ້ຳປູຄຳ ສະຖານທີທ່ອງທ່ຽວຍອດນິຍົມຂອງ ເມືອງວັງວຽງ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์