17 Jul
17Jul

ປະຫວັດຄວາມເປັນມາຂອງ ພຣະທາດພູສີ ນະຄອນຫຼວງພະບາງ.

    ນະຄອນຫລວງພະບາງຖືວ່າເປັນເມືອງທີ່ໜ້າທ່ຽວຊົມທີ່ສຸດຂອງປະເທດລາວ, ເພາະເປັນແຂວງທີ່ຍັງຄົງຮັກສາເອກະລັກອັນເກົ່າແກ່ຂອງປະເທດລາວແຕ່ສະໄໝກ່ອນໄວ້ໄດ້ທັງບູຮານສະຖານ ແລະ ຮີດຄອງປະເພນີອັນດີງາມທີ່ຍັງຫລົງເຫລືອ ແລະ ມີຢູ່ຈິງໃນປະຈຸບັນ, ພຣະທາດພູສີແຕ່ເດີມ ວັດນີ້ສ້າງຂື້ນໂດຍ ພຣະເຈົ້າອະນຸຣຸດ ໃນປີ 1804.

ພາບ: champapost.com

    ແມ່ນທາດທີ່ມີການກໍ່ສ້າງໃນຜັງສີ່ຫຼ່ຽມຍາວ ຍ້ອນເຫດຜົນສະຖານທີ່ຕັ້ງທີ່ພິເສດຢູ່ເທິງຈອມພູ ອົງພຣະທາດນີ້ຕັ້ງໃສ່ຕີນຖານສາມຖ້ານ ມີໃບເສມາຍອດດອກບົວປະດັບຢູ່ແຈ. ຢູ່ແຕ່ລະມູມຂອງພາກສ່ວນຕົ້ນຕໍຂອງອົງທາດນັ້ນ ປະດັບດ້ວຍເສກກະສັດທີ່ເຮັດດ້ວຍທອງເຈັດຂັ້ນສີ່ອັນ. ຕັ້ງແຕ່ຕີນຮອດຈອມທາດ ແທກໄດ້ 21ແມັດ, ເດີ່ນລະບຽງທີ່ຍື່ນອອກມາຈາກຕີນທາດ ເຮັດໃຫ້ສາມາດຫຼຽວເຫັນທັດສະນີຍະພາບອັນງົດງາມສຸດທີ່ຈະພັນລະນາໄດ້ຂອງເມືອງຫຼວງ ພຣະບາງ. ເປັນສະຖານທີ່ຊົມວິວທິວທັດຂອງເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມູມຂອງຫຼວງພຣະບາງ. ນອກນັ້ນ, ຍັງສາມາດເຫັນທິວທັດທຳມະຊາດ ຈຸດໄຫຼພົບຂອງສາຍນຳ້ຂອງ ແລະ ສາຍນ້ຳຄານ.

    ນອກນັ້ນ, ຍັງເປັນສະຖານທີ່ຊົມຕາເວັນຕົກດິນທີ່ສວຍງາມ ເຊິ່ງບໍ່ມີແຫ່ງໃດຈະທຽບໄດ້, ກຸ້ມຄ່າແທ້ກັບການທີ່ຕ້ອງຍ່າງຂື້ນໄປຕາມຂັ້ນໄດສູງຊັນເຖິງ 328 ຂັ້ນ ແລະ ຂັ້ນໄດນີ້ໄດ້ມີການບູລະນະສ້ອມແປງວັດນີ້ເປັນເທື່ອທຳອິດໃນປີ 1914, ຕໍ່ມາແມ່ນປີ 1936 ເຊີ່ງໃນໂອກາດດັ່ງກ່າວເພິ່ນໄດ້ສ້າງຂັ້ນໄດ ຈຳນວນ 328 ຂັ້ນ ໃສ່ຕື່ມ.
ມາຮູ້ຈັກປະຫວັດຄວາມເປັນມາຂອງພຣະທາດພູສີ ຫລວງພະບາງ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING