22 May
22May

ມາຮູ້ຈັກກັບ ວັດພັນຫລວງ ແຄມນ້ຳຄານ ຫຼວງພະບາງ

ວັດພັນຫລວງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX. ເປັນວັດແບບທຳມະດາ, ມີຫ້ອງ ແລະ ເຊຍດ່ຽວ, ວັດນີ້ຖືກເປເພ ໃນປີ ຄສ 1948.

ພາບ: laopost.com

ສິມຂອງວັດຖືກສ້າງຄືນໃຫມ່ ໃນປີ ຄສ 1951 ແລະ ໄດ້ຕໍ່ເຕີມໃຫ້ໃຫຍ່ອອກ ດ້ວຍການສ້າງສອງລະບຽງ ດ້ານຂ້າງໃສ່ຕື່ມ. ຈຸດສົນໃຈຂອງສິມຂອງວັນແຫ່ງນີ້ ແມ່ນຢູ່ທີ່ແທນ ພຣະປະທານ ເຊິ່ງມີລັກສະນະ ເປັນຫໍຜາສາດແກ້ວ ທີ່ເປັນບ່ອນປະດິດສະຖານ ບັນດາພຣະພຸທທະຮູບ ເຊິ່ງໃນນັ້ນ ເປັນພະພຸທທະຮູບ ປາງຊົງເຄື່ອງ ຊື່ໃນປາງ “ຊີ້ທໍລະນີເປັນພະຍານ“ ຕາມຂໍ້ມູນທ້ອງຖິ່ນເວົ້າວ່າ ພຣະພຸດທະຮູບ ສອງອົງນີ້ ອາດເອົາມາຈາກເມືອງຢູ່ໃກ້ໆ ເຂດຊາຍແດນ ລາວ-ຫວຽດນາມ.

ວັດພັນຫລວງແຫ່ງນີ້ ຍັງມີພຣະພຸທທະຮູບອີກອົງຫນຶ່ງທີ່ຜູ້ຄົນເຄົາລົບນັບຖື ນັ້ນກໍ່ຄື ພຣະສີລາ ຕາມການເລົ່າຂອງຜູ້ເຖົ້າຜູ້ແກ່ເພິ່ນເລົ່າວ່າ ພຣະສີລານີ້ແຕ່ກ່ອນແມ່ນຝັງຢູ່ພິ້ນດິນໂດຍທາງຫນ້າຂອງພຣະພຸທທະຮູບແມ່ນຝັງດິນ ໂດຍປິ່ນຫລັງຂຶ້ນມາເທິງພື້ນດິນ ໃນຫມູ່ບ້ານຂອງລາວກາງ ແຕ່ເຂົາເຈົ້າກໍ່ເອົາດ້ານຫລັງຂອງພຣະອົງນີ້ເປັນທີ່ຝົນມິດແລະພ້າຕໍ່ມາເກີດມີຟ້າຝົນພະຍຸເຂົ້າເຮັດໃຫ້ດິນເສາະເຈື່ອນ ຈົນເຮັດໃຫ້ພຣະອົງນີ້ໄຫລກິ້ງລົງຈາກຫມູ່ບ້ານແຫ່ງນັ້ນ ແລະໄຫລມາຕົກທີ່ນ້ຳຄານ ໄຫລມາຢຸດຢູ່ແຖວທ່າປ່າເຝືອນ ( ຊື່ທ່າປ່ເຝືອນກໍ່ໄດ້ມາຈາກພຣະອົງນີ້) ຍ້ອນໄຫລມາຢູ່ທ່ານ້ຳແຫ່ງນີ້ ເຮັດໃຫ້ນ້ຳຄານໄຫລເຝືອຍຂຶ້ນມາ ຈຶ່ງເອິ້ນທ່ານີ້ວ່າ ທ່າປ່າເຝືອນ ຈາກນັ້ນບັນດາ ຜູ້ເຖົ້າຜູ້ແກ່ ຂອງບ້ານ ອາຮາມ ວິຊຸນ ແລະອາໄພ ກໍ່ມາອະຣາດທະນານິມົນເພິ່ນຂຶ້ນຈາກນ້ຳແຕ່ກໍ່ບໍ່ສາມາດຍົກຂຶ້ນໄດ້ ຈົນເຖົ້າແກ່ບ້ານພັນຫລວງມາເຮັດພິທີອະຣາດທະນາພຣະສິລາອົງນີ້ ຈຶ່ງຍົກຂຶ້ນແບບເບົາໂຍ່ງແບບອັດສະຈັນ ຈາກນັ້ນພຣະສິລາອົງນີ້ກໍ່ປະດິດສະຖານຢູ່ທີ່ວັດພັນຫລວງມາຈົນຮອດປະຈຸບັນນິ້ (ສ່ວນປີໃດນັ້ນ ແມ່ນບໍ່ມີຂໍ້ມູນ).
ມາຮູ້ຈັກກັບ ວັດພັນຫລວງ ແຄມນ້ຳຄານ ຫຼວງພະບາງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING