ປະຫວັດຄວາມເປັນມາຂອງໜອງຟ້າ ສະຖານສັກສິດຂອງ ແຂວງອັດຕະປື.
ແຂວງອັດຕະປື ຂາຍຊ້າງແລກກະບອງ ສາຍຍານີ້ກໍອາດຈະແມ່ນໄດ້ມາຈາກຄວາມອຸດົມສົມບູນກັບສັບໃນດິນສິນໃນນ້ຳ ແລະ ສັດສາວາສິ່ງຕ່າງໆ ອັດຕະປືເອງກໍມີປະຫວັດອັນຍາວນານ ແລະ ຫລາຍໆສະຖານທີ່ບູຮານ ຫລາຍໆເລື່ອງລາວທີ່ກ່າວຂານກັນມາ ລວມທັງມີແຫລ່ງທ່ອງທ່ຽວວັດຖະນະທຳ, ທຳມະຊາດ ແລະ ຄວາມຫລາກຫລາຍຮີດຄອງປະເພນີຂອງຊົນເຜົ່າຕ່າງໆ ທີ່ໜ້າສົນໃຈຫລາຍ.
ໜອງຟ້າ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ອັນເນື່ອງມາຈາກຄວາມສວຍງາມນີ້ເອງ ຈຶ່ງເຮັດໃຫ້ຜູ້ຄົນສົນໃຈຕໍ່ແຫຼ່ງທ່ອງທ່ຽວແຫ່ງນີ້ຫຼາຍຂຶ້ນ ໂດຍໜອງຟ້າຈະຢູ່ບໍລິເວນເຂດວັງຕັດ ເມືອງຊານໄຊ, ໜອງຟ້າ ຕັ້ງຢູ່ໃນເຂດປ່າສະຫງວນ ດົງອຳພາມ, ບໍລິເວນທີ່ມີຫົວພູຈຸ້ມເຂົ້າໃສ່ກັນ ຢູ່ລະດັບສູງ 1200-1500 m ທີ່ເຂດເມືອງຊານໄຊ, ເບື້ອງທິດຕາວັນອອກຂອງແຂວງອັດຕະປື.
ພາບ: champapost.comໜອງຟ້າ ຄົງເປັນໜອງທີ່ເກີດຈາກ ພູໄຟລະເບີດ ຫຼື ລູກອຸກະບາດຕົກໃສ່ຫຼາຍພັນໆປີຜ່ານມາກ່ອນ ຈົນເກີດເປັນປ່ອງພູເຂົາໄຟຂະຫນາດໃຫຍ່ກາຍມາເປັນໜອງຟ້າໃຫ້ພວກເຮົາເຫັນໃນປະຈຸບັນນີ້.
ໂດຍຊາວບ້ານໃຫ້ຄວາມເຊື່ອຖື ເປັນໜອງທີ່ລຶກລັບ ສັກສິດ ແລະ ມີເລື່ອງລາວ ກ່າວຂານບູຮານກັນວ່າ ມີໄກ່ຜູ້ໂອກປີກຄຳ ເຝົ້າ ແລະ ເປັນເຈົ້າບັນຊາໃຫ້ນໍ້າຂຶ້ນນໍ້າລົງໄດ້ ແລະ ໃນຍາມກາງຄືນຈະມີແສງໄຟທີ່ສົ່ງແສງຂຶ້ນມາຈາກພື້ນນໍ້າໃນຍາມວັນສິນ, ມີນໍ້າປູນສີຂາວຂຶ້ນມາໜ້ານໍ້າ ແຕ່ພິເສດໄປກວ່ານັ້ນໃນຫນອງແຫ່ງນີ້ມີພຽງແຕ່ປາຄໍ່ກັ້ງຊະນິດດຽວເທົ່ານັ້ນ, ເຊິ່ງນໍ້າໃນໜອງຈະເປັນສີຂຽວໃສ ຄືນໍ້າທະເລ ຈະໃສຕະຫຼອດປີ.
ໜອງຟ້າແຂວງອັດຕະປື ສະຖານສັກສິດກັບປະຫວັດຄວາມເປັນມາຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์