12 Jun
12Jun

ຄວາມເປັນມາຂອງບ້ານ ແລະ ຫໍໄຕຣປີດົກ ໜອງລຳຈັນ

ຕາມປະຫວັດຄວາມເປັນມາ, ບ້ານ ໜອງລຳຈັນ (ຫຼື ໜອງນໍ້າຈັນ) ໄດ້ກໍາເນີດສ້າງຕັ້ງຂຶ້ນໃນສະຕະວັດທີ 17 ສະໄໝຂອງເຈົ້າສຸລິຍະວົງສາ ແຫ່ງອານາຈັກລ້ານຊ້າງ ມາຮອດປັດຈຸບັນນີ້ມີອາຍຸປະມານ 400 ກວ່າປີ ຊົນເຜົ່າທີ່ມາຕັ້ງບ້ານຢູ່ໃນດິນແດນແຫ່ງນີ້ ຄື ຊົນເຜົ່າ ຜູ້ໄທ ແລະ ຊົນເຜົ່າ ກວນຕູມ ( ລາວເທິງ )ໃນສະໄໝນັ້ນເກີດເສິກເສືອເໜືອໃຕ້ ຂຶ້ນມາທາງຕາເວັນອອກສ່ຽງເໜືອຂອງປະເທດລາວ ຄື ຢູ່ທາງຊາຍແດນລາວ-ຫວຽດ ກໍ່ຄືເມືອງ ເຊໂປນ ໃນປັດຈຸບັນ.
ຍ້ອນມີການເກີດເຫດວຸ້ນວາຍຈຶ່ງອົບພະຍົບມາຈາກພູເກົ້າພູນາງ, ພ້ອມພາຫະນະຊ້າງ, ມ້າ, ງົວ, ຄວາຍ, ໃນການເດີນທາງມາຄັ້ງນີ້ມີບຸກຄົນສໍາຄັນຊື່ວ່າ: ຕາກອງກີ ຜ່ານຜ່າອັນຕະລາຍມາຈາກພາກເໜືອໂດຍບໍ່ມີຈຸດໝາຍປາຍທາງ ວ່າຈະໄປບ່ອນໃດຊຶ່ງສ້າງຄວາມລໍາບາກກາກກຳຢ່າງໃດກໍຕາມ ແຕ່ທຸກຄົນບໍ່ທໍ້ຖອຍ ຈົນກະທັ້ງມາເຖິງດິນແດນແຫ່ງໜຶ່ງ ເປັນທີ່ຮາບພຽງ ແລະ ເໝາະແກ່ການສ້າງສາ ພັດທະນາ ຈຶ່ງເຮັດໃຫ້ຄົນເຜົ່າໜຶ່ງ ຊື່ວ່າ: ຜູ້ໄທພາກັນຕັ້ງບ້ານເຮືອດຢູ່ທີ່ນັ້ນ ເພື່ອທຳມາຫາກິນ ຕໍ່ໄປ ບ້ານນັ້ນຊືວ່າ ບ້ານ ນາກະແຕບ ເມືອງ ວິລະບູລີ ໃນປັດຈຸບັນ.
ພາບ: laopost.com
ຄົນຈຳພວກໜຶ່ງ ບໍ່ຍອມຕັ້ງຖິ່ນຖານທີ່ນັ້ນ ຈຶ່ງພາກັນເດີນຕໍ່ໄປ ເພື່ອຊອກຫາແຫຼ່ງ ທຳມາຫາກິນ ຈົນມາຮອດດິນແດນແຫ່ງໜຶ່ງອັນເປັນທີ່ພໍໃຈ ຂອງທຸກຄົນ ເໝາະແກ່ການປູກຝັງ ລ້ຽງສັດ ໃນບໍລິເວນນັ້ນ ມີໜອງໃຫຍ່ໜອງໜຶ່ງຊຶ່ງປົກຄຸມໄປດ້ວຍຕົ້ນໄມ້ນ້ອຍ-ໃຫຍ່ນາໆຊະນິດ.ທີ່ມາຂອງຊື່ໜອງລຳຈັນ:
ໃນຂອບເຂດບໍລິເວນໜອງນີ້ ຍັງມີກິ່ນໄມ້ຫອມຫວນຂອງຕົ້ນແກ່ນຈັນທີ່ມີຢູ່ກາງ ໜອງຢ່າງຫຼວງຫຼາຍໃນກາງໜອງເຊິ່ງພາໃຫ້ດຶງດູດຈິດໃຈຂອງທຸກຄົນຕື່ມອີກ ເພາະຄົນພວກນີ້ ມັກນັບຖື ສິ່ງສັກສິດມາແຕ່ບູຮານນະການ ແລ້ວຈຶ່ງສົມຄວນແກ່ການສັກກະລະບູຊາເປັນຢ່າງຍິ່ງຂອງຄົນສະໄໝນັ້ນ ທັງສອງຊົນເຜົ່າທີ່ມາດ້ວຍກັນ ຈຶ່ງພາກັນຕົກລົງຕັ້ງບ້ານເຮືອນໃນເຂດໜອງນີ້ໂດຍ ໄດ້ແບ່ງ ອອກເປັນສອງ ເຂດປົກຄອງຄື:
ທາງທິດຕາເວັນອອກສ່ຽງເໜືອ ຂອງໜອງແມ່ນ ຊົນເຜົ່າ ຜູໄທ ຢູ່ທາງຕາເວັນຕົກສ່ຽງໃຕ້ ແມ່ນຊົນເຜົ່າກວນຕູມຢູ່ ເຊິ່ງມີໜອງນໍ້າ ຂັ້ນຢູ່ຫວ່າງກາງ ຫ່າງກັນປະມານ 50 M ແມັດ ຕໍ່ມາປະມານ 1 ປີ ຄົນໃນບ້ານນີ້ຈຶ່ງໄດ້ປະຊຸມກັນ ເພື່ອຫາຊື່ສຽງ ລຽງນາມບ້ານ ບັງບໍ່ທັນໄດ້ຊື່ ຄົນທັງຫຼາຍເຫັນດີກັນໃຫ້ເອົາໜອງທີ່ມີຕົ້ນໄມ ‘‘ ຈັນໃຫຍ່ ’’ ເປັນຊື່ບ້ານ ຈຶ່ງໄດ້ໃສ່ຊື່ວ່າ: ບ້ານໜອງນໍ້າຈັນ ຕໍ່ມາຈຶ່ງ ປ່ຽນມາເປັນ ບ້ານ ‘’ໜອງລໍາຈັນ’’ ຮອດປັດຈຸບັນນີ້
ປະຫວັດຄວາມເປັນມາຂອງບ້ານ ແລະ ຫໍໄຕຣປີດົກ ໜອງລຳຈັນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์

Comments
* The email will not be published on the website.
I BUILT MY SITE FOR FREE USING