ມາຮູ້ຈັກກັບ ປະຈຸບັນ ແລະ ປັດຈຸບັນ ກັບຄວາມໝາຍທີ່ເປັນອັນດຽວກັນ
ຄວາມໝາຍທີ່ຄ້າຍຄືກັນຂອງຄຳ ວ່າ ປະຈຸບັນ ແລະ ປັດຈຸບັນ ຫລື ເວົ້າໄດ້ວ່າເປັນຄວາມໝາຍອັນດຽວກັນເລີຍລະຫວ່າງສອງຄຳນີ້ ແລະ ກໍ່ເຫັນຫລາຍໆຄົນໃຊ້ ທັງປະຈຸບັນ ແລະ ປັດຈຸບັນ ແຕ່ກໍ່ຍັງບໍ່ມີໃຜຢືນຢັນເທືອວ່າຄຳໃດຜິດ ຫລື ຄຳໃດຖືກ.
ໃນຂໍ້ມູນຂອງເພຈ ພາສາລາວໃຫ້ຮູ້ວ່າ ຄຳທີ່ມີຄວາມໝາຍວ່າ ‘ເວລາດຽວນີ້, ເວລາລະຫວ່າງອະດີດກັບອະນາຄົດ’ ເຊິ່ງປາກົດມີການນຳໃຊ້ໃນວົງການຂີດຂຽນເປັນສອງຢ່າງ ຄື ‘ປັດຈຸບັນ’ ແລະ ‘ປະຈຸບັນ’. ເມື່ອກວດເບິ່ງໃນ Google Search ປາກົດວ່າ ‘ປັດຈຸບັນ’ ມີຜົນການໃຊ້ເຖິງ 91.000, ສ່ວນ ‘ປະຈຸບັນ’ ມີພຽງ 66.100 ເຊິ່ງສະແດງວ່າ ຄົນນິຍົມໃຊ້ ‘ປັດຈຸບັນ’ ຫຼາຍກວ່າ ‘ປະຈຸບັນ’ ເກືອບ 4 ທົບ.
ເມື່ອສຳຫຼວດເບິ່ງໃນໜ້າໜັງສືພິມ ແລະວາລະສານແລ້ວ ປາກົດວ່າ ໜັງສືພິມວຽງຈັນໃໝ່ – ປະເທດລາວ – ພັດທະນາລາວ, ວາລະສານຄວາມສຸກ – ອັບເດດ – ມະຫາຊົນ – ສາວລາວ ລ້ວນແຕ່ນຳໃຊ້ ‘ປັດຈຸບັນ’. ເຫັນມີແຕ່ວາລະສານໄວໜຸ່ມລາວ ແລະໜັງສືພິມປະຊາຊົນ ໃຊ້ ‘ປະຈຸບັນ’. ສ່ວນວາລະສານວັນນະສິນນັ້ນ ເຫັນມີນຳໃຊ້ທັງສອງຄຳ.
ເມື່ອກວດເບິ່ງໃນວັດຈະນານຸກົມ ກໍປາກົດມີທັງ ‘ປັດຈຸບັນ’ ແລະ ‘ປະຈຸບັນ’ ເຊິ່ງສະແດງວ່າທັງສອງຄຳຖືກຄືກັນ. ຫາກຄົ້ນເບິ່ງເຖິງເຄົ້າຂອງທັງສອງຄຳນີ້ ກໍຈະເຫັນວ່າ:
‘ປັດຈຸບັນ’ ມາຈາກເຄົ້າປາລີ Paccuppana.
‘ປະຈຸບັນ’ ມາຈາກເຄົ້າສັນສະກິດ Pratyutpanna.
ເບິ່ງລາຍລະອຽດເພີ່ມໄດ້ທີ່:
ປະຈຸບັນ ແລະ ປັດຈຸບັນ ກັບຄວາມໝາຍທີ່ເປັນອັນດຽວກັນຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido