ພະທາດປູມປຸກ ແມ່ນພະທາດທີ່ເກົ່າແກ່ທີ່ສຸດ ຂອງເມືອງຫຼວງນ້ຳທາ, ສ້າງຂຶ້ນ ໃນປີ ຄສ 1628 ເພື່ອເປັນສັນຍາລັກແຫ່ງມິດຕະພາບ ລະຫວ່າງ ເມືອງຫົວທາ ແລະ ເມືອງຊຽງແສນ. ພະທາດດວງເກົ່າໄດ້ຖືກຍົນ ອາເມລິກາ ຖິ້ມລະເບີດທຳລາຍ ໃນປີ 1966. ປະຈຸບັນ ຍັງມີຮ່ອງຮອຍເສດເຫຼືອຢູ່ ຂ້າງພະທາດດວງໃໝ່.
ພາບ: : laogov.gov.la
ອິງຕາມປະຫວັດສາດ ເມືອງຫຼວງຫົວທາ ບັນທຶກໄວ້ວ່າ: ມາເຖິງເດືອນ 6 ອອກໃໝ່ 13 ຄ່ຳ ປີ ເປິກສີ ຈສ 990 ຄສ 1628 ກົງກັບປີ ພສ 2171 ແມ່ນພະຍານາແລຕາໄຟ
ທີ່ປົກຄອງເມືອງຊ້າຍ ຈັນທະບູລີ ແລະ ພະຍາ ສີສຸໂທທະນະ ທຳມີກະລາຊາ ແຫ່ງເມືອງຊຽງແສນ ໄດ້ຕົກລົງ ເຫັນດີນຳກັນ ໄດ້ນຳເອົາໄພ່ພົນ ທັງສອງເມືອງມາເມືອງຫຼວງຫົວທາ ເພື່ອກໍ່ສ້າງ ພະທາດຜູກໄມຕີກັນຂຶ້ນ 2 ດວງຄື:
ດວງທີ 1: ສ້າງຂຶ້ນຢູ່ເທິງພູ ທາງທິດຕາເວັນຕົກສຽງເໜືອ ຂອງເມືອງຫຼວງຫົວທາ;ພະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພະຍາສີສຸໂທທະນະ ທຳມີກະລາຊາ ເຈົ້າຜູ້ປົກຄອງ ເມືອງຊຽງແສນ ແລະ ຕັ້ງນາມພະທາດດວງນີ້ວ່າ “ພະທາດພູກຸກ ຫຼື ພະທາດພູປຸກ” ແຕ່ມາໃນໄລຍະຕໍ່ມາ ເອີ້ນວ່າ “ພະທາດປູມປຸກ ອິນທະລົງກາຣາຊາທະນີ” ມາຈົນເຖິງປະຈຸບັນ.
ດວງທີ 2: ແມ່ນສ້າງຂຶ້ນຢູ່ເທີງພູ ທີ່ມີຊື່ວ່າ “ພູຜາສາດ” ຕັ້ງຢູ່ ທາງທິດຕາເວັນອອກສ່ຽງເໜືອ ຂອງເມືອງຫຼວງຫົວທາ, ປະຈຸບັນ ບໍລິເວນດັງກ່າວ ແມ່ນຫ່າງຈາກ ບ້ານນ້ຳທຸງ 2 ກິໂລແມັດ ພະທາດດວງນີ້ ແມ່ນສ້າງຂຶ້ນໂດຍ ພະຍານາແລຕາໄຟ ຜູ້ປົກຄອງ ເມືອງຊ້າຍຈັນທະບຸລີ ແຫ່ງອານາຈັກລ້ານຊ້າງ.
ພະທາດປູມປຸກ ພະທາດທີ່ເກົ່າແກ່ທີ່ສຸດ ຂອງເມືອງຫຼວງນ້ຳທາ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
น่าดู: https://doodido.com/
UFABET: https://www.ufabet369.net/ufabet/
แทงบอล: https://www.ufabet369.net/
ดูบอล: https://zonedooball.com/
ดูหนัง HD: https://moviesdoofree.com/