24 Apr
24Apr

ເມືອງປາກແບງ ເມືອງທ່າເຮືອທີ່ລືຊື່

ເມືອງປາກແບງ ແຂວງ ອຸດົມໄຊ ມີຊື່ສຽງ ແລະ ໄດ້ຮັບ ຄວາມນິຍົມຈາກບັນດານັກທ່ອງທ່ຽວທີ່ໄດ້ລ່ອງ ເຮືອ ໄປ-ມາຕາມແມ່ນໍ້າຂອງເພື່ອ ທ່ຽວຊົມທັດສະນີຍະພາບ ທໍາມະຊາດອັນສວຍສົດງົດງາມຂອງສອງຟາກຝັ່ງແມ່ນໍ້າຂອງຈາກຫຼວງພະບາງ ຫາ ເມືອງປາກແບງ.
ພາບ: laophattananews.com
ເມືອງປາກແບງຍັງເປັນ ສະຖານທີ່ໃຫ້ບັນດານັກ ທ່ອງທ່ຽວທັງຫຼາຍໄດ້ມາ ແວ່ພັກເຊົາ-ແຮມຄືນ, ເຊິ່ງ ພາຍໃນເທສະບານເມືອງ ປາກແບ່ງໄດ້ມີໂຮງແຮມ- ເຮືອນພັກ ແລະ ຮ້ານອາຫານ ໄວ້ຄອຍບໍລິການ ແລະ ຮອງ ຮັບນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ຢູ່ ຫຼາຍແຫ່ງ.ເມືອງປາກແບງ ເປັນ ຊື່ທີ່ມາຈາກປາກຂອງ ແມ່ ນໍ້າແບງເຊິ່ງຕັ້ງຢູ່ລະຫວ່າງ ແມ່ນໍ້າຂອງ ແລະ ແມ່ນໍ້າ ແບງ ທາງທິດຕາເວັນຕົກ ສ່ຽງໃຕ້ຂອງແຂວງອຸດົມໄຊ ເປັນເມືອງທີ່ອຸດົມສົມບູນໄປ ດ້ວຍວັດວາອາຮາມ ແລະ ປູ ລິຍະນິສະຖານອັນເກົ່າແກ່ ແລະ ສັກສິດຢູ່ຫຼາຍແຫ່ງ ອັນເປັນເອກະລັກງົດງາມ
ຕາມແບບສະຖາປັດຕະຍະ ກໍາບູຮານລາວຈຶ່ງໄດ້ເຮັດ ໃຫ້ບັນດານັກທ່ອງທ່ຽວ ແລະ ພຸດທະສາສະນິກະຊົນ ສາມາດເຂົ້າໄປທ່ຽວຊົມ, ບູ ຊາ, ຂາບໄຫ້ວ ແລະ ຂໍພອນ ເພື່ອຄວາມເປັນສີລິມຸງຄຸນ ແກ່ຕົນເອງ ແລະ ຄອບຄົວ.
ຈາກບັນຫາທີ່ ກ່າວມານັ້ນ, ຈຶ່ງໄດ້ເຮັດ ໃຫ້ ນັກທ່ອງທ່ຽວນິຍົມກັນມາ ແວ່ພັກເຊົາ-ແຮມຄືນສະ ຖານທີ່ແຫ່ງນີ້ໃນທຸກຄັ້ງທີ່ ໄດ້ລ່ອງເຮືອໄປ-ມາ. ເພາະ ສະນັ້ນ, ເພື່ອເປັນການຊຸກ ຍູ້ສົ່ງເສີມທາງດ້ານແຫຼ່ງ ທ່ອງທ່ຽວໃຫ້ຍືນຍົງ

ເບິ່ງລາຍລະອຽດເພີ່ມໄດ້ທີ່: ປາກແບງ ເມືອງແຫ່ງການ ທ່ອງທຽວທາງເຮືອທີ່ລືຊື່

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD


Comments
* The email will not be published on the website.
I BUILT MY SITE FOR FREE USING