ດັ່ງທີ່ໄດ້ເຫັນຂ່າວຕາມສື່ສັ່ງຄົມຕ່າງໆພ້ອມພາກັນແຊເລື່ອງຄູອາສາກັນຢ່າງກ້ວາງຂວາງ, ຍ້ອນວ່າເປັນຄູອາສາສະໝັກມາເປັນເວລາຫ້າປີ ແລະ ເຄີຍໄດ້ເຂົ້າຮ່ວມການສອບເສັງເຂົ້າເປັນລັດຖະກອນຄູມາຫລາຍຄັ້ງ ແຕ່ຍັງບໍ່ທັນມີວີ່ແວວຈະໄດ້ເຂົ້າເປັນລັດຖະກອນ ຈຶ່ງໄດ້ຕັດສິນໃຈວາງມືຈາກການເປັນອາຊີບຄູ ເພື່ອໄປຊອກຫາອາຊີບອື່ນທີ່ເໝາະສົມສູ້ຊີວິດລ້ຽງປາກລ້ຽງທ້ອງໃນສັງຄົມບ້ານເມືອງ.
ໃນເບື້ອງຕົ້ນ, ກໍຄິດວ່າການທີ່ອາສາສະໝັກເຂົ້າມາເປັນຄູອາສາກໍຍ້ອນຕົນເອງຮຽນຈົບວິຊາສະເພາະຄູມາຈາກສະຖາບັນສ້າງຄູຢ່າງຄັກແນ່, ແຕ່ຍັງບໍ່ທັນມີວຽກເຮັດງານທຳ ທັງບໍ່ທັນມີຕົວເລກສັບຊ້ອນ ຈຶ່ງຂໍອາສາເຮັດໜ້າທີ່ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ໂດຍບໍ່ຫວັງສິ່ງຕອບແທນ ເພື່ອລໍຖ້າຈະໄດ້ເຂົ້າເປັນລັດຖະກອນໃນອະນາຄົດ. ນອກຈາກນັ້ນ ການທີ່ອາສາສະໝັກເປັນຄູສອນ ໂດຍທີ່ບໍ່ມີເງິນເດືອນ, ບໍ່ມີນະໂຍບາຍໃດໆຈາກການຈັດຕັ້ງ ແລະ ຂັ້ນເທິງ ກໍແມ່ນຕົນເອງໄດ້ຕັດສິນໃຈຂໍອາສາຮັບໃຊ້ໜ້າທີ່, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມຈົງຮັກພັກດີ ແລະ ຊື່ສັດບໍລິສຸດ.
ແຕ່ມາເບິ່ງໃນທາງກົງກັນຂ້າມ ເມື່ອຍ່າງກ້າວຂາເຂົ້າມາປະຕິບັດໜ້າທີ່ເປັນເວລາຫລາຍປີ ຄວາມຫວັງໃນການລໍຄອຍທີ່ຈະໄດ້ເຂົ້າເປັນລັດຖະກອນມັນຍັງມືດແປດດ້ານ, ບໍ່ຮູ້ວ່າວັນໃດ, ເດືອນໃດ ແລະ ປີໃດຕົນເອງຈະຖືກສັບຊ້ອນ, ບັນຈຸຮັບຮອງໄດ້ເປັນລັດຖະກອນຕາມຄວາມມຸ້ງຫວັງ, ປາກົດການເກີດຂຶ້ນນີ້ ໄດ້ສະທ້ອນໃຫ້ເຫັນເຖິງສະພາບສັງຄົມລາວແງ່ມຸມໜຶ່ງໃນໄລຍະຜ່ານມາ ກໍຄືປັດຈຸບັນ ໂດຍສະເພາະແມ່ນໃນວົງການສຶກສາທີ່ຍັງເປັນບັນຫາກ້າງຄາຄໍຈົນມາຮອດທຸກວັນນີ້.
ເພາະສະນັ້ນ ຈຶ່ງມີຈິດໃຈທໍ້ຖອຍ ຈຳເປັນຕ້ອງໄດ້ຄິດໃໝ່, ຫາເສັ້ນທາງໃໝ່ ເພື່ອໄປປະກອບອາຊີບອື່ນທີ່ເໝາະສົມກັບຄວາມຮູ້ຄວາມສາມາດຂອງຕົນເອງເທົ່າທີ່ມີ ແລະ ສາມາດເຮັດໄດ້, ນີ້ກໍເປັນປາກົດການຫຍໍ້ທໍ້ອັນໜຶ່ງໃນປະເທດເຮົາທີ່ເປັນຊຳເຮື້ອມາຢ່າງຍາວນານ ແລະ ພວມຜະເຊີນໜ້າທີ່ຈະຕ້ອງຫາວິທີແກ້ໄຂໃຫ້ໂລ່ງລ່ຽນ ແລະ ສຳເລັດໄປໂດຍດີ.
ການທີ່ຈະຮັບລັດຖະກອນໃໜ່ຕ້ອງໄດ້ເນັ້ນໃສ່ຄຸນນະພາບ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido