ດັ່ງທີ່ຮູ້ກັນດີວ່າ ອຸດົມໄຊ ກໍ່ເປັນແຂວງໜຶ່ງທີ່ມີແຫລ່ງທ່ອງທ່ຽວຫລາຍ, ໃນນັ້ນ ປ່າຫີນກໍ່ແມ່ນໜຶ່ງໃນແຫລ່ງທ່ອງທ່ຽວເຊິ່ງເປັນລານຫີນກວ້າງຢູ່ໃນເຂດພື້ນທີ່ເມືອງຮຸນ ແຂວງອຸດົມໄຊ ຫຼາຍຄົນທີ່ໄດ້ໄປເຫັນ ເວົ້າເປັນສຽງດຽວກັນວ່າ: ຖ້າຫັນເອົາເຂດນີ້ພັດທະນາໃຫ້ກາຍເປັນເຂດອຸທິຍານປ່າຫີນງາມ ເພື່ອດຶງດູດນັກທ່ອງທ່ຽວ ແລະ ຍົກໃຫ້ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງເມືອງຮຸນ ກໍ່ຄື ແຂວງອຸດົມໄຊ ຈະສາມາດດຶງດູດນັກທ່ອງທ່ຽວໄດ້ເປັນຈຳນວນບໍ່ໜ້ອຍ.
ຈາກລານຫີນທີ່ກວ້າງຂວາງເກີດຈາກການກັດເຊາະເນື້ອດິນ ແລະ ຫີນ ໃນສ່ວນທີ່ຈັບໂຕກັນ ຢ່າງເບົາບາງຫຼຸດອອກໄປ ຫຼາຍເດືອນຫຼາຍປີ ຈຶ່ງເຮັດໃຫ້ເກີດໂຂດຫີນທີ່ມີຮູບຮ່າງລັກສະນະແຕກຕ່າງກັນໄປຫລາຍໆລັກສະນະ ເຊິ່ງເຮັດໃຫ້ຫີນເຫລົ່ານີ້ມີລວດລາຍງາມເຊິ່ງທຳມະຊາດໄດ້ສ້າງຂື້ນມາ, ປ່າຫີນເຫລົ່ານີ້ເບິ່ງແລ້ວມີຄວາມງົດງາມ ແລະ ໜ້າອັດສະຈັນຫລາຍ, ໃນປ່າຫີນແຫ່ງນີ້ຍັງປະກອບດ້ວຍຕົ້ນໄມ້ຫລາກຫລາຍທີ່ແຕກຕ່າງກັນໄປທັງຕົ້ນໄມ້ໃຫຍ່ ແລະ ນ້ອຍ ຕາມສະພາບພື້ນທີ່ ແລະ ລະດັບຄວາມສູງຂອງມັນ, ໄດ້ເຫັນແລ້ວຮູ້ສືກປະທັບໃຈຫລາຍ.
ສະຖານທີ່ແຫ່ງນີ້ແມ່ນອຸດົມສົມບູນໄປດ້ວຍທຳມະຊາດ ຖ້າຫາກພັດທະນາເຂດນີ້ ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວ ພ້ອມທັງສ້າງສິ່ງອຳນວຍຄວາມສະດວກຕ່າງໆ ບໍ່ວ່າຈະເປັນສະຖານທີ່ຈອດລົດ, ເສັ້ນທາງເຂົ້າເຖິງ, ຮ້ານຄ້າ ຮ້ານອາຫານ, ຫ້ອງນ້ຳ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພ້ອມທັງກິດຈະກຳທີ່ສາມາດດຶງດູໃຫ້ຜູ້ຄົນເຂົ້າມາ ຮັບຮອງວ່າ ປ່າຫີນ ແຫ່ງນີ້ ຈະກາຍເປັນອີກສະຖານທີ່ ໜຶ່ງ ທີ່ສ້າງລາຍໄດ້ໃຫ້ກັບຂະແໜງການທ່ອງທ່ຽວ ແລະ ປະຊາຊົນບໍລິເວນນັ້ນ.
ປ່າຫີນ ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນທາງທຳມະຊາດອີກແຫ່ງໜຶ່ງຂອງເມືອງຮຸນ ມີຄວາມສວຍງາມເປັນເອກະລັກສະເພາະທີ່ທຳມະຊາດສ້າງຂຶ້ນ ທີ່ຍັງຄົງຮັກສາຄວາມອຸດົມສົມບູນ ຂອງທຳມະຊາດ ໄວ້ເປັນຢ່າງດີ.
ປ່າຫີນ ເມືອງຮຸນ ອຸດົມໄຊ ອີກໜຶ່ງທ່າແຮງການທ່ອງທ່ຽວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido