ບໍລິສັດ ເພັດສະຫວ່າງ ຕັ້ງເປົ້າສົ່ງອອກກາເຟປີນີ້ 9 ພັນກວ່າໂຕນ
ຕາມການລາຍງານໜັ່ງສືພິມເສດຖະກິດໃຫ້ຮູ້ວ່າຕະຫຼາດກາເຟໂລກ ນັບແຕ່ທ້າຍປີ 2019 ຈົນເຖິງປັດຈຸບັນເຫັນວ່າມີບັນຍາກາດດີຫຼາຍສົມຄວນ ເຮັດໃຫ້ມີຄວາມຕ້ອງການເພີ່ມຂຶ້ນໃນຕະຫຼາດອາຊີ ແລະ ເອີຣົບ ໄດ້ສົ່ງຜົນດີຕໍ່ກັບຜູ້ປະກອບການຂອງລາວທີ່ເປັນຜູ້ຜະລິດ ແລະ ສົ່ງອອກ ເຊິ່ງ ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ກໍເປັນໜຶ່ງໃນບໍລິສັດຜູ້ສົ່ງອອກລາຍໃຫຍ່ຂອງລາວ.
ພາບ: laoedaily.com.laທ່ານ ສີສຸກ ວົງພັກດີ ຜູ້ອໍານວຍການ ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ, ທັງເປັນຄະນະບໍລິຫານງານກາເຟລາວ ໃຫ້ສໍາພາດວ່າ: ປັດຈຸບັນ ກາເຟລາວ ເປັນທີ່ຕ້ອງການຫຼາຍຈາກຕ່າງປະເທດ ເຊິ່ງຄົນລາວເຮົາກໍສາມາດຜະລິດກາເຟຄຸນນະພາບ ສາມາດຈຳໜ່າຍໃນຕະຫຼາດໂລກໄດ້ ເນື່ອງຈາກມີຕະຫຼາດຮອງຮັບຢູ່ແລ້ວ
ເຊິ່ງການລົງທຶນໃສ່ການປູກກາເຟອາດຈະໃຊ້ເວລາ 3 ປີເປັນຢ່າງຕໍ່າ ຈຶ່ງສາມາດເກັບຂາຍໄດ້. ເວົ້າສະເພາະ ສວນກາເຟຂອງບໍລິສັດພວກເຮົາມີເນື້ອທີ່ທັງໝົດ 300 ເຮັກຕາ ແລະ ມີເນື້ອທີ່ຂອງປະຊາຊົນທີ່ເຮົາສົ່ງເສີມປູກອີກຫຼາຍຮ້ອຍເຮັກຕາ.
ໃນປີ 2019 ຜ່ານມາ ພວກເຮົາສາມາດສົ່ງອອກກາເຟໄດ້ທັງໝົດ 1.721 ໂຕນ ຄິດເປັນມູນຄ່າເທົ່າກັບ 3.343.220 ໂດລາ.ໃນນີ້, ສົ່ງອອກໄປກໍາປູເຈຍ ຈໍານວນ 1.220 ໂຕນ ມູນຄ່າ 2.496.000 ໂດລາ,
ສົ່ງອອກໄປ ສສ ຫວຽດນາມ 467 ໂຕນ ມູນຄ່າ 752.300 ໂດລາ, ສົ່ງອອກໄປ ສ.ເກົາຫຼີ ຈໍານວນ 34 ໂຕນ ມູນຄ່າ 94 ພັນໂດລາ.
ບໍລິສັດ ເພັດສະຫວ່າງ ຕັ້ງເປົ້າສົ່ງອອກກາເຟປີນີ້ 9 ພັນກວ່າໂຕນຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD