ຜາຖີ່ ເຂດທ່ອງທຽວປະຫວັດສາດ ເມືອງ ຊຳເໜືອ, ແຂວງຫົວພັນ
ດັ່ງທີ່ຊາວ ສປປ ລາວ ເຮົາຫລາຍຄົນໄດ້ຮູ້ ແລະ ໄດ້ອ່ານ ຫລື ໄດ້ໄປສຳພັດມາແລ້ວວ່າ ແຂວງຫົວພັນ ເປັນເຂດທີ່ໜັ້ນ ແລະ ເປັນບ່ອນທີ່ທ່ານຜູ້ນຳໄດ້ໄປໃຊ້ຊິວິດ ແລະ ຫາລືວຽກງານການປະຕິວັດຕ່າງໆ ຫລາຍໆເມືອງໃນແຂວງຫົວພັນດັ່ງນັ້ນ ແຂວງຫົວພັນຈິງມີສະຖານທີ່ທີ່ມີປະຫວັດສາດ ແລະ ສວຍງາມໄປດ້ວຍທິວທັດທຳມະຊາດອັນສົດຊື່ນໜ້າໄປທຽວຊົມ.
 |
ພາບ: laophattananews.com |
ຜາຖີ່ເປັນດິນແດນປະ ຫວັດສາດອັນລືຊື່ຂອງ ເມືອງ ຊໍາໜືອ ເຊິ່ງ ເປັນຈອມພູທີ່ສູງຊັນທີ່ມີພູ ຜາລຽນອ້ອມກັນເປັນຖັ້ນ ເປັນແຖວຈຶ່ງເອີ້ນສະຖານ ທີ່ນີ້ວ່າ: ຜາຖີ່ ເຊິ່ງໃນອະດີດ ຜາຖີ່ແຫ່ງນີ້ໄດ້ເປັນສະຖານທີ່ຕັ້ງລາດາ ຂອງພວກຈັກ ກະພັດອາເມລິກາ ເພື່ອບັນຊາ ໃນການຖິ້ມລະເບີດໃສ່ເຂດປົດປ່ອຍຢ່າງໂຫດຮ້ອຍປ່າ ເຖື່ອນ. ແຕ່ໃນທີ່ສຸດກໍໄດ້ ຮັບ ການປົດປ່ອຍຢ່າງອົງອາດກ້າຫານຂອງກໍາລັງການປະຕິວັດລາວ.ຜາຖີ່ ຕັ້ງຢູ່ເຂດບ້ານ ເມືອງຊອນ ເຊິ່ງຫ່າງຈາກ ຕົວເມືອງຊໍາເໜືອໄປປະມານ 60 ກິໂລແມັດ. ມາຮອດ ປັດຈຸບັນ, ຜາຖີ່ ໄດ້ກາຍເປັນ ສະຖານທີ່ທ່ອງທ່ຽວທາງ ດ້ານປະຫວັດສາດ ແລະ ທໍາ ມະຊາດແລ້ວ ເຊິ່ງມີຄວາມ ຍາວທັງໝົດ ປະມານ 7ກິໂລແມັດ, ນັກທ່ອງທ່ຽວ ສາມາດໄປທ່ຽວຊົມໄດ້ຢ່າງສະດວກສະບາຍ ໂດຍໄດ້ ມີການປັບປຸງ, ປົວແປງ ແລະ ສ້າງສິ່ງອໍານວຍ ຄວາມສະດວກໃຫ້ແກ່ການມາທ່ຽວຊົມວິວຢູ່ສະຖານ ທີ່ແຫ່ງນີ້ໄວ້ຢ່າງສະດວກ ບໍ່ວ່າຈະເປັນເສັ້ນທາງເຂົ້າ ຫາສະຖານທີ່ທ່ອງທ່ຽວ, ຂັ້ນໄດຂຶ້ນຫາຈອມພູສູງ ບ່ອນຊົມວິວຕະຫຼອດຮອດ ສະຖານທີ່ພັກແຮມຕ່າງໆ ແມ່ນສາມາດຮອງຮັບນັກ ທ່ອງທ່ຽວ ໄດ້ຢ່າງສະດວກ ສະບາຍ.
ເບິ່ງລາຍລະອຽດໄດ້ທີ່:
ຜາຖີ່ ເຂດທ່ອງທຽວປະຫວັດສາດ ເມືອງຊຳເໜືອຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido