ຜູ້ປະກອບການທຸລະກິດນໍ້າມັນຕ້ອງເຄື່ອນໄຫວໃຫ້ສອດຄ່ອງຕາມລະບຽບກົດໝາຍ.
ຫລັງຈາກທີ່ຜ່ານມາການປັບລາຄານ້ຳມັນ ທີ່ຂື້ນໆ ລົງໆ, ແລະ ຫາງສຽງຂອງປະຊາຊົນຈ່ຳນວນໜຶ່ງ ແລະ ເພື່ອໃຫ້ຢູ່ໃນຄວາມເອກະພາບ ແລະ ເປັນລະບົບລະບຽບຂອງບັນດາສະມະຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສລາວ ທາງສະມາຄົມ ກໍຄື ສນກ ໄດ້ຫາທາງເຕົ້າໂຮມ ແລະ ປັບປຸ່ງໃຫ້ຖືກຕ້ອງຕາມລະບຽບ.
ໂດຍໃນວັນທີ 5 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໄດ້ຈັດກອງປະຊຸມຂອງສະມາຄົມດັ່ງກ່າວຂຶ້ນ, ເຊິ່ງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນ ຕໍ່ສະ ມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ (ສນກ) ໂດຍເນັ້ນໃຫ້ຄະນະບໍລິຫານງານ ສນກ ເອົາໃຈ ໃສ່ເປັນຈຸດໃຈກາງເຕົ້າໂຮມ ບັນດາຜູ້ປະກອບການທຸລະກິດນໍ້າມັນ ໃຫ້ມີການເຄື່ອນໄຫວທີ່ສອດຄ່ອງຕາມລະບຽບກົດໝາຍ ແລະ ສືບຕໍ່ຜັນຂະຫຍາຍດໍາລັດ 331/ນຍ ໃຫ້ເຂັ້ມງວດ.
ພາບ: targetlaos.comພ້ອມເປັນຂົວຕໍ່ປະ ສານງານກັບຂະແໜງການກ່ຽວຂ້ອງກັບລັດຖະບານ ເພື່ອເຮັດແນວໃດ ໃຫ້ສາມາດຂັບເຄື່ອນທຸລະກິດ ນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນ, ປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ. ໃນຕໍ່ໜ້າການເປີດນໍາໃຊ້ໂຮງກັ່ນນໍ້າມັນແຫ່ງທໍາອິດ ຕ້ອງໃຫ້ມີການປະສານງານກັນລະອຽດ ໂດຍສະເພາະການກໍານົດໂຄງສ້າງລາຄາຂາຍ ໃຫ້ສົມເຫດສົມຜົນ, ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນຜູ້ຊົມໃຊ້.
ທ່ານ ອະນຸສິນ ພົນເສນາ ປະທານ ສນກ ໄດ້ໃຫ້ຮູ້ວ່າ:
ສນກ ເປັນອົງການຈັດຕັ້ງທາງສັງຄົມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1999 ເຊິ່ງໃນເມື່ອກ່ອນເອີ້ນວ່າກຸ່ມນໍ້າມັນເຊື້ອໄຟ ສນກ ໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ກົດລະບຽບຂອງຕົນ ເພື່ອປຸກລະດົມຂົນຂວາຍບັນດາຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ, ທຸລະກິດນໍ້າມັນເຄື່ອງ ແລະ ທຸລະກິດອາຍແກ໊ສ ເຂົ້າເປັນສະມາຊິກສະມາຄົມ.
ທຸລະກິດນໍ້າມັນຕ້ອງເຄື່ອນໄຫວໃຫ້ສອດຄ່ອງຕາມລະບຽບກົດໝາຍຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์