30 Oct
30Oct

ຜູ້ປະກອບການທຸລະກິດອາຊຽນດີເດັ່ນ 16 ແຫ່ງ ໄດ້ຮັບລາງວັນ.

     ໃນຄໍ່າຂອງວັນທີ 23 ຕຸລາ 2020 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ກ່າວເປີດງານໂດຍທ່ານ ທະນົງສິນ ກັນລະຍາ ໃນນາມສະມາຊິກສະພາທີ່ປຶກສາທຸລະກິດອາຊຽນ ແລະ ທັງເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຫ່ງຊາດລາວ, ມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ Jens Peter Luetkenherm ເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳລາວ.
ພາບ: ບຸນມີ ສີວິໄລ
    ໃນນັ້ນຍັງມີບັນດາຜູ້ຊົງກຽດຈາກບັນດາທຸລະກິດລາວ ແຂກຖືກເຊີນ ລວມທັງບັນດານັກທຸລະກິດ ທີ່ຊະນະເລີດໄດ້ຮັບ “ ລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2020 ” ເຂົ້າຮ່ວມ.
ລາງວັນສະເພາະປີນີ້ ຈັດເປັນ 3 ປະເພດໃຫຍ່ ຄື:
  • ລາງວັນຂະແໜງບູລິມະສິດຂອງລາວ
  • ລາງວັນດີເລີດ SME ແລະ
  • ລາງວັນພິເສດ ລວມທັງໝົດ 16 ລາງວັນ.
    ສະເພາະປະເພດ ລາງວັນຂະແໜງການບູລິມະສິດດີເດັ່ນ Lao Priority Integration Sectors Excellence Awards ລາງວັນປະເພດບຸລິມະສິດດີເດັ່ນ ຂະແໜງການອາຫານ ແລະ ເຄື່ອງດື່ມ ແມ່ນໂຮງ ງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ຂະແໜງທ່ອງທ່ຽວດີເດັ່ນ ແມ່ນບໍລິສັດທ່ອງທ່ຽວ ລາວກຣີນ ຂະແໜງພື້ນຖານໂຄງລ່າງດີເດັ່ນ ແມ່ນບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ຂະແໜງການ ICT ດີເດັ່ນ ແມ່ນບໍລິສັດ ສະຕາ ໂທລະຄົມ ຈຳກັດ ປະເພດລາງວັນທຸລະກິດຂະໜາດນ້ອຍ ແລະ ກາງ ດີເດັ່ນ SME Excellence Awards
ພິທີມອບລາງວັນໃຫ້ຜູ້ປະກອບການທຸລະກິດດີເດັ່ນອາຊຽນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING