ພະຍາດວໍ້ອັນຕະລາຍຫລາຍຄົນລາວເສຍຊິວິດຍ້ອນວໍ້ 8 ຄົນໃນປີ2020.
ຄືຫລາຍຄົນຮູ້ແລ້ວວ່າພະຍາດວໍ້ເປັນພະຍາດຕິດຕໍ່ທີ່ຮ້າຍແຮງ, ຜູ້ທີ່ຕິດເຊື້ອແລ້ວຈະບໍ່ສາມາດປິ່ນປົວໄດ້ ໂດຍຈະພົບເຊື້ອພະຍາດດັ່ງກ່າວນີ້ ຈາກສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດເຊັ່ນ: ໝາ, ແມວ,ງົວ, ຄວາຍ, ໝູ, ກະຕ່າຍ, ເຈຍ, ລີງ, ຮອກ, ກະແຕ, ເສືອ, ໝີ ແລະ ຕິດຕໍ່່ຈາກສັດສູ່ຄົນໄດ້.
ພະຍາດວໍ້ນີ້ມີຄວາມຮຸນແຮງຫລາຍເຊັ່ນ: ມີອາການທາງລະບົບປະສາດສະໝອງ ມີການແຜ່ເຊື້ອໃນຮ່າງກາຍສັດ ແລະ ຄົນ, ຖ້າຕິດເຊື້ອພະຍາດນີ້ແລ້ວ ແມ່ນຈະພາໃຫ້ເສຍຊີວິດ. ປັດຈຸບັນ, ພະຍາດນີ້ ຍັງບໍ່ມີຢາປິ່ນປົວ ແຕ່ສາມາດປ້ອງກັນໄດ້ ໂດຍການສັກຢາວັກຊີນກ່ອນ ຫຼືຫຼັງການສຳຜັດເຊື້ອພະຍາດນີ້.
ຕາມການລາຍງານຂອງໜັງສືພິມວຽງຈັນທາຍໃຫ້ຮູ້ວ່າ: ສະເພາະປີ 2020 ມີຄົນເຈັບ ຕິດເຊື້ອພະຍາດວໍ້ທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ.
ພາບ: targetlaos.comເຊິງສູນວິໄຈພະຍາດສັດ ກະຊວງກະສິກ ແລະ ປ່າໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້: ພະຍາດນີ້ ເປັນພະຍາດທີ່ຮ້າຍແຮງ ເຊິ່ງສະແດງອອກໃນແຕ່ລະປີ ໃນທົ່ວໂລກ ມີຜູ້ເສຍຊີວິດຍ້ອນພະຍາດວໍ້ປະມານ 50-60 ພັນຄົນ, 95% ເກີດຂຶ້ນຢູ່ໃນປະເທດ ທີ່ກຳລັງພັດທະນາ ແລະ 95% ນັ້ນ ແມ່ນເກີດຈາກໝາກັດ.
ສຳລັບການແຜ່ລະບາດຂອງພະຍາດວໍ້ ຂອງ ສປປ ລາວ ນັບຕັ້ງແຕ່ປີ 2015 ຫາ ເດືອນ ກໍລະກົດ ປີ 2020 ທົ່ວປະເທດ ກວດພົບເຊື້ອພະຍາດວໍ້ໃນສັດທັງໝົດ 211 ຕົວຢ່າງ, ພົບການລະບາດພະຍາດວໍ້ໃນ 13 ແຂວງ ແລະ ຍັງ 5 ແຂວງ ບໍ່ໄດ້ຮັບຕົວຢ່າງ ແລະ ບໍ່ໄດ້ຮັບການລາຍງານ.
ນອກຈາກນີ້, ຍັງພົບເຊື້ອພະຍາດດັ່ງກ່າວ ໃນຄົນ ແລະ ມີຄົນເຈັບຕິດເຊື້ອທັງໝົດ 283 ຄົນ, ໃນນັ້ນ ເສຍຊີວິດ 42 ຄົນ. ສະເພາະ ປິ 2020 ມີຄົນເຈັບຕິດທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ.
ຕ້ອງໄດ້ລະວັງ!!! ປີ 2020 ຄົນລາວເສຍຊິວິດຍ້ອນຕິດເຊື້ອວໍ້ 8 ຄົນ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์