01 Aug
01Aug

ພະອົງສັກສິດ ພະເຈົ້າສິງຄຳ ແຫ່ງເມືອງຫລາ ແຂວງອຸດົມໄຊ.

    ຕ້ອງຍອມຮັບວ່າ ສິ່ງສັກກະລະບູຊາ ພຣະພຸດທະຮູບ ຄູ່ບ້ານຄູ່ເມືອງ ທີ່ເມືອງຫຼາ ແຂວງອຸດົມໄຊ ນັ້ນກໍ່ຄື ພຣະເຈົ້າສິງຄໍາ, ເຊິງທັງສະຖານທີ່ ແລະ ຄວາມສັກສິດທີ່ປະຊາຊົນຊາວອຸດົມໄຊ ແລະ ທົວປະເທດລາວເຮົາລ້ວນແລ້ວແຕ່ຢາກມາຂໍພອນກາບໄວ້ ເປັນວັດທະນາທຳອັນໜຶ່ງທີ່ດີງາມຂອງຊາວບ້ານຊາວເມືອງແຫ່ງນີ້.
    ພຣະເຈົ້າສິງຄຳ, ເປັນໜື່ງໃນພຣະພຸດທະຮູບທີ່ເກົ່າແກ່ ແລະ ສັກສິດຈຳນວນຫ້າພຣະອົງ ໃນສະໄໝເຈົ້າຟ້າງູ່ມມະຫາຣາຊ ໄດ້ອະຣາທະນາອັງເຊີນຂື້ນໄປປະດິດສະຖານໃນບັນດາເຂດແຄວ້ນທາງພາກເໜືອ ຕາມສາຍແມ່ນໍ້າອູຂອງອານາຈັກລາວລ້ານຊ້າງເມື່ອ 650 ປີຜ່ານມາ, ແຕ່ບໍໄດ້ເຖີງເປົ້າໝາຍເຮືອແພໄດ້ຈົມຢູ່ສາມຫຼ່ຽມປາກແມ່ນໍ້າເປັນເວລາເຫີງນານ ຈົນມີຄົນຫາປາຂວ່າງແຫໄປຂ້ອງຄາ ສິບບ້ານຊ່າຫ້າບ້ານລືໄຜໆກໍບໍສາມາດເອົາຂື້ນມາໄດ້.
ພາບ: We are former monks
    ຍັງພຽງແຕ່ເຜົ່າກືມມຸບ້ານໜື່ງ ເມື່ອໄດ້ຍິນສຽງຕີຄ້ອງຮ້ອງປ່າວ ພວກເຂົາເຈົ້າໄດ້ຕັ້ງຈິດອະທິຖານ ເອົາຫຍ້າຄາມາເຂັນກັບຝ້າຍເກົ້າສີ ມາປັ່ນເປັນເຊືອກໄດ້ຄົບຕາມຈຳນວນ ແລະ ອະຣາທະນາອັງເຊີນພຣະອົງຂື້ນຈາກນໍ້າໄດ້ຢ່າງງ່າຍດາຍ ແລະ ອັດສະຈັນໃຈເປັນຢ່າງຍີ່ງ, ດ້ວຍຄວາມສັດທາໃນເວລານັ້ນບ້ານເໜືອບ້ານໄຕ້ມີຄວາມຂັດແຍ່ງກັນໄຜໆກໍຢາກໄດ້ ຈົນໄດ້ມີພິທີອະທິຖານເອົາພຣະອົງຂື້ນເຮືອແພລ່ອງນໍ້າ ແລະ ສຸດທ້າຍພຣະອົງໄດ້ສະເດັດລ່ອງແພທວນກະແສນໍ້າໄຫຼຂື້ນບ້ານເໜືອມາຮອດຈຸດທີ່ປະດິດສະຖານສະຖານທີ່ແຫ່ງນີ້ນັບຕັ້ງແຕ່ກາລະບັດນັ້ນເປັນຕົ້ນມາ:    ວັດພະເຈົ້າສິງຄຳ ຕັ້ງຢູ່ໃຈກາງເທດສະບານ ເມືອງຫຼາ, ເປັນວັດທີ່ເກົ່າແກ່ ມີປະຫວັດຄວາມເປັນມາ ທີ່ຍາວນານ ແລະ ເປັນວັດທີ່ມີ ພະເຈົ້າສັກສິດແຫ່ງໜຶ່ງ ທີ່ມີຊາວພຸດ ແລະ ສາສະນິກະຊົນທົ່ວໄປ ໄດ້ເຂົ້າໄປ ກາບໄຫ້ວພະເຈົ້າສິງຄຳ ເປັນຈຳນວນຫຼວງຫຼາຍ ເພື່ອຂໍພອນຕ່າງໆ ຕາມໃຈປະສົງ ຂອງແຕ່ລະຄົນ ບໍ່ໄດ້ຂາດໃນແຕ່ລະວັນ;
ພະເຈົ້າສິງຄຳ ພະເຈົ້າສັກສິດແຫ່ງເມືອງຫລາ ແຂວງອຸດົມໄຊ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING