ໃນປະຈຸບັນສັງຄົມອອນລາຍ ເຂົ້າມາມີອິດທິພົນໃນການໃຊ້ຊີວິດຂອງຜູ້ຄົນ ໃນທຸກໆໄວອາຍຸ ນັບຕັ້ງແຕ່ເດັກນ້ອຍ ຈົນຮອດຜູ້ເຖົ້າກໍ່ລ້ວນແລ້ວແຕ່ໃຊ້ຊີວິດຢູ່ກັບສັງຄົມອອນລາຍເປັນສ່ວນໃຫຍ່. ສໍາລັບການໃຊ້ພາສາລາວ ເຮົາກໍ່ຈະເຫັນວ່າໄດ້ມີການປະສົມປະສານກັນລະຫວ່າງຄໍາກັບຄໍາໃຫ້ມີຄວາມໝາຍທີ່ທັນກັບຍຸກສະໄໝຫຼາຍຂຶ້ນ.
ໃນບົດຄວາມນີ້ຈະຍົກເອົາຄໍາວ່າ ໜ້າສົດ ຂຶ້ນມາອະທິບາຍ, ຊຶ່ງຄໍານີ້ເຮົາສາມາດເຫັນຄົນໃຊ້ຫຼາຍໃນປະຈຸບັນ ໂດຍສະເພາະໃນວົງການບັນເທີງຕ່າງໆ.
ຄໍາວ່າໜ້າສົດ.
ປະກອບດ້ວຍສອງຄໍາຄື: ຄໍາວ່າ ໜ້າ ທີ່ໝາຍເຖິງສ່ວນຂອງຫົວຕັ້ງແຕ່ໜ້າຜາກລົງມາເຖິງປາຍຄາງ ເປັນສ່ວນໜຶ່ງຂອງຮ່າງກາຍທີ່ຢູ່ກົງກັນຂ້າມກັບຫຼັງ ເອີ້ນວ່າທາງໜ້າ, ດ້ານທີ່ຢູ່ກົງກັນຂ້າມກັບດ້ານຫຼັງ ເອີ້ນວ່າດ້ານໜ້າ.
ນອກຈາກນີ້, ຄໍາວ່າ ໜ້າ ຖ້າປະສົມກັບຄໍາອື່ນກໍ່ຈະໄດ້ຄວາມໝາຍທີ່ແຕກຕ່າງກັນໄປເຊັ່ນ:
ການເຮັດທ່າທີສະແດງຄວາມບໍ່ພໍໃຈ ຄິ້ວສົນ ເອີ້ນວ່າ ໜ້າງໍ (ໂດຍສະເພາະແມ່ນຜູ້ສາວ ເວລາຜິດໃຈກັບຊູ້); ຄົນໜ້າມຶນ, ເຮັດເລື່ອງທີ່ຄວນຈະອາຍ ແຕ່ບໍ່ອາຍ ເອີ້ນ ໜ້າດ້ານ; ຜູ້ທີ່ມີເລ່ຫຼ່ຽມ ເປັນເໝືອນຄົນຊື້ ຫຼືຄົນຫຼິ້ນການພະນັນ ເພື່ອເປັນສື່ຈູງໃຈໃຫ້ຄົນຫຼົງຊື້ ຫຼືຫຼົງຫຼິ້ນການພະນັນດ້ວຍ ເອີ້ນວ່າ ໜ້າມ້າ.
ຄໍາວ່າ ສົດ ມີຄວາມໝາຍວ່າ ໃໝ່ ຫຼື ຫາກໍ່ໄດ້ມາໃໝ່ໆ ຕົວຢ່າງເຊັ່ນ: ປາໂຕນີ້ຂ້ອຍຫາກໍ່ຊິດເບັດໄດ້ຕອນເຊົ້ານີ້ ມັນຍັງສົດຢູ່.
ນອກຈາກນັ້ນມັນກໍ່ຍັງມີຄວາມໝາຍອື່ນໆອີກເຊັ່ນວ່າ ມີຄວາມໝາຍວ່າ ດິບ ແມ່ນຍັງບໍ່ຜ່ານການປຸ່ງແຕ່ງດ້ວຍໄຟ ຫຼື ຄວາມຮ້ອນ
ຕົວຢ່າງ:
ຂ້ອຍມັກກິນຜັກສົດ ເພາະມັນແຊບ ແລະ ມີວິຕາມິນສູງ;
ຖ້າເປັນການເວົ້າ ກໍ່ໝາຍເຖິງການເວົ້າແບບບໍ່ມີການກະກຽມບົດຄໍາເວົ້າມາກ່ອນ ເອີ້ນວ່າເວົ້າສົດ.
ມາຮູ້ຈັກຄຳວ່າ ໜ້າສົດ ຄຳຍອດນິຍົມຂອງກຸ່ມສາວໆ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido