ໃນພາສາລາວຄໍາວ່າ ຂອບ ແລະ ຄອບ ການອອກສຽງຫລາຍຄົນອາດຈະເວົ້າວ່າເປັນຄຳດຽວກັນ ແລະ ຫຼາຍຄົນມັກໃຊ້ຫຼົງກັນ ຍ້ອນວ່າການສະກົດຄໍາຄ້າຍຄືກັນ, ຖ້າແມ່ນຄົນຊົນເຜົ່າເວົ້າແຮງຈໍາແນກໄດ້ຍາກ, ແຕ່ເຖິງຢ່າງໃດກໍ່ຕາມ ສອງຄໍາສັບນີ້ມີຄວາມໝາຍແຕກຕ່າງກັນຢ່າງສິ້້ນເຊີງ. ໃນບົດຄວາມຕອນນີ້ເຮົາຈະມາອະທິບາຍກ່ຽວກັບຄວາມໝາຍຂອງຄໍາວ່າ ຂອບ ແລະ ຄອບ, ໂດຍອີງຕາມຄໍາອະທິບາຍຄວາມໝາຍສັບພາສາລາວຈາກວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດສະຫຼຸບລວບລວມຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ເຊິງໄດ້ມີລາຍລະອຽດທີ່ໜ້າສົນໃຈຫລາຍ ຈະຂໍອະທິບາຍດັ່ງນີ້:
ຄໍາວ່າ ຂອບ.
ໃຊ້ເປັນຄຳນາມ ມີຄວາມໝາຍວ່າ: ເຂດ, ແດນ, ເຂດເມືອງ.
ຕົວຢ່າງ:
ປະຊາຊົນທີ່ອາໄສຢູ່ບໍລິເວນຊາຍແດນຮູ້ຂອບເຂດຂອງຕົນດີ.
ນອກຈາກນັ້ນ, ຄໍາວ່າ ຂອບຍັງສາມາດໃຊ້ເປັນຄໍາກໍາມະ ແລະ ຄໍາຄຸນນາມໄດ້ເຊີ່ງມີຄວາມໝາຍແຕກຕ່າງອອກໄປເຊັ່ນ:
ຄໍາກໍາມະ:
ຄວາມໝາຍທີ່ 1. ໝາຍເຖິງ ບອກ, ເລົ່າ, ການບອກໃຫ້ຮູ້ເມື່ອເຮົາຢາກສະແດງຄວາມຮູ້ບຸນຄຸນໃນນໍ້າໃຈທີ່ມີເມດຕາກະລຸນາ ຫຼື ກ່າວຕອບແທນບຸນຄຸນຜູ້ອື່ນ ເຮົາກໍ່ໃຊ້ຄໍາວ່າຂອບໃຈ.
ຄໍາວ່າ ຄອບ.
ສາມາດໃຊ້ເປັນໄດ້ທັງ ຄໍາຄຸນນາມ, ຄໍານາມ ແລະ ຄໍາກໍາມະ ເຊິ່ງມີຄວາມໝາຍທີ່ແຕກຕ່າງກັນດັ່ງນີ້:\
ຄຳຄຸນນາມ.
ຄວາມໝາຍທີ່ 1. ໝາຍຄວາມວ່າ ຍ້ອນ, ດ້ວຍເຫດ, ເພາະ, ເພື່ອ.
ຕົວຢ່າງ:
ຄໍາພາສິດທີ່ວ່າ: ທຸກຄອບປາກ ຍາກຄອບທ້ອງ ເຄີຍແລ້ວຢູ່ບໍ່ເປັນ.
ຄວາມໝາຍທີ່ 2. ໝາຍຄວາມວ່າ ບອກໃຫ້ຮູ້, ບອກເລົ່າ.
ຄຳວ່າ ຂອບ ແລະ ຄອບ ມີຄວາມໝາຍແຕກຕ່າງກັນແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido