ຄຳວ່າ ດັງ.
ດັງ ໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມ ມີຄວາມໝາຍທີ່ແຕກຕ່າງກັນອອກໄປເຊັ່ນ:
ດັງ (ຄໍານາມ) ໝາຍເຖິງ ອະໄວຍະວະຂອງຄົນ ແລະ ສັດ ບ່ອນສໍາລັບຫາຍໃຈ ເອີ້ນວ່າ ດັງ.
ດັງແປ ເອີ້ນ ດັງແໝບ; ດັງບານ ຫຼື ຮູດັງກວ້າງ ເອີ້ນ ດັງປື່ງ; ດັງໂດ່ງ ຫຼື ດັງໃຫຍ່ ເອີ້ນດັງໂມ; ດັງແວ່ງຫຼາຍເອີ້ນ ດັງວືກ; ດັງແວ່ງປານກາງ ເອີ້ນ ດັງວາກ…
ດັງ (ຄໍາກໍາມະ1) ໝາຍເຖິງ ບັງເກີດສຽງຂຶ້ນ, ກົງກັນຂ້າມກັບມິດ.
ຕົວຢ່າງ:
ສຽງຟ້າຮ້ອງດັງສະນັ່ນຫວັ່ນໄຫວ.
ເຮົາມັກໄດ້ຍິນສຽງກະໂພກດັງກຶກກ້ອງທົ່ວເມືອງຍາມປີໃໝ່ຈີນ ຫຼື ກຸດຈີນ.
ດັງ (ຄໍາກໍາມ2) ໝາຍເຖິງ ຕິດ, ກໍ່, ຈູດ.
ຕົວຢ່າງ:
ນ້ອງຂອງຂ້ອຍດັງໄຟນຶ້ງເຂົ້າທຸກເຊົ້າແລງ.
ຄຳວ່າ ດັ່ງ.
ດັ່ງ ເປັນຄໍາຄຸນນາມ ມີຄວາມໝາຍວ່າ ປະດຸດ, ຄ້າຍ, ເໝືອນ ເຊັ່ນ: ເປັນດັ່ງ, ປະດຸດດັ່ງ, ຄືດັ່ງ, ເໝືອນດັ່ງ ເປັນຕົ້ນ. ນອກນັ້ນ ຍັງມີຄໍາວ່າ ດັ່ງໃດ ແປວ່າ: ຢ່າງໃດ, ເປັນແນວໃດ; ດັ່ງນີ້ ແປວ່າ ເປັນຢ່າງນີ້, ເປັນແນວນີ້; ດັ່ງນັ້ນ ແປວ່າ ເປັນຢ່າງນັ້ນ, ເປັນແນວນັ້ນ…
ຄໍາວ່າ ດັງ ແລະ ດັ່ງ ຄືກັນ ຫລື ຕ່າງກັນແນວໃດໃນພາສາລາວ?ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.