ບາງເທື່ອພາສາວລາວກໍຍັງສັບສົນໃນການນໍາໃຊ້ ທັງທາງດ້ານການຂຽນ, ການເວົ້າ ແລະ ການແປຄວາມໝາຍ ເພາະວ່າຄໍາສັບໜຶ່ງສາມາດແປ ໄດ້ຫຼາຍຄວາມໝາຍ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ ແລະ ມັນມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ ເວລານຳໄປໃຊ້ຕົວຈິງ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ. ບົດນີ້ເຮົາຈະຍົກເອົາຄໍາວ່າ ແຂບ ແລະ ແຄບ ມາອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ ສອງຄໍານີ້ສະກົດຄືກັນ ແຕ່ມັນອອກສຽງຄ້າຍຄືກັນ ຈຶ່ງຈໍາແນກໄດ້ຍາກ ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນພໍປານໃດ, ແຕ່ວ່າເຮົາຄວນຈໍາແນກໃຫ້ອອກລະຫວ່າງສອງຄໍາສັບນີ້ ເພາະວ່າມັນມີຄວາມໝາຍຕ່າງກັນ ການນໍາໃຊ້ໃນໂຄງສ້າງປະໂຫຍກກໍ່ບໍ່ຄືກັນ.
ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ:
ຄຳວ່າ ແຂບ:
ແຂບ ສາມາດເປັນໄດ້ທັງຄໍານາມ ແລະ ຄໍາກໍາມະ ເຊິ່ງມັນມີຄວາມໝາຍແຕກຕ່າງກັນອອກໄປເຊັ່ນ:
ແຂບ (ຄໍານາມ) ໝາຍເຖິງ ສິ່ງທີ່ເຮັດເປັນວົງ ຫຼື ວົງປາກພາຊະນະຕ່າງໆ, ແຄມ, ຮີມ, ເຂດ, ແດນ ເອີ້ນວ່າ ແຂບ.
ຕົວຢ່າງ:
ເວລາດື່ມນໍ້າປາກເຮົາຈະຈຸໃສ່ແຂບຈອກນໍ້າ. (ເອີ້ນວ່າແຂບຈອກ).
ແຂບ (ຄໍາກໍາມະ1) ໝາຍເຖິງ ເອົາແຜນແພ ຫຼືຂອງອື່ນໆຫຍິບ ຫຼືມັດ ຫຼືແຄມໄວ້ ເພື່ອໃຫ້ໝັ້ນ ເອີ້ນວ່າ ແຂບ ເຊັ່ນ: ແຂບຜາ, ແຂບແພມົນ.
ຄຳວ່າ ແຄບ:
ແຄບ ໃຊ້ເປັນຄໍາຄຸນນາມ ມີຄວາມໝາຍວ່າ ບໍ່ກວ້າງ, ມີຄວາມກວ້າງໜ້ອຍ.
ຕົວຢ່າງ:
ເຮືອນບໍ່ກວ້າງ ເອີ້ນວ່າ ເຮືອນແຄບ;ໃຈບໍ່ເຜື່ອແຜ່ ເອີ້ນວ່າ ໃຈແຄບ.
ດັ່ງຄໍາກາບປູເວົ້າວ່າ: ຄົນໃຈຊາມຢ່າເອົາເປັນແບບ ຄົນໃຈແຄບຢ່າໄດ້ເປັນຝູງ ຄົນໃຈສູງຈັ່ງຍ່າງນໍາກົ້ນ.
ຄຳວ່າ ແຂບ ແລະ ແຄບ ໃນພາສາລາວມີຄວາມໝາຍແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido