12 Aug
12Aug

ພາສາລາວ ຄໍາວ່າ ຊົດ ແລະ ໂຊດ ກັບຄວາມໝາຍຂອງມັນ?

    ເປັນຄຳທີ່ຫລາຍໆຄົນທີ່ອອກສຽງຄ້າຍຄືກັນ ແຕ່ພາສາລາວບາງຄັ້ງຄຳທີ່ອອກສຽງຄ້າຍຄືກັນບາງຄັ້ງຄວາມໝາຍກໍໃກ້ຄຽງກັນ ແລະ ບາງຄັ້ງກໍ່ແຕກຕ່າງກັນ, ສ່ວນເວລານຳໄປໃຊ້ ສໍານຽງສຽງເວົ້າກໍ່ອາດຟັງຍາກຂື້ນກັບຄົນຢູ່ແຕ່ລະເຂດ, ໂດຍສະເພາະຄົນຊົນເຜົ່າ ເວລາເວົ້າອອກສຽງຜິດພາດໄປເລັກນ້ອຍກໍຈະກາຍເປັນຄວາມໝາຍອື່ນ.  ສະນັ້ນ, ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຊົດ ແລະ ໂຊດ ສອງຄໍານີ້ຖ້າເບິ່ງຈາກການຂຽນແມ່ນສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າຄໍາໃດເປັນຄໍາໃດເພາະວ່າສະກົດຕ່າງກັນຢູ່ ແຕ່ຖ້າເປັນການເວົ້າແມ່ນມີຄວາມຜິດພາດທາງດ້ານການອອກສຽງເປັນສ່ວນຫຼາຍ ແລະ ຄວາມໝາຍມັນກໍ່ຈະປ່ຽນຖ້າຫາກອອກສຽງບໍ່ຖືກຕ້ອງ.

DooDiDo

    ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:

ຄຳວ່າ ຊົດ.
ຊົດ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາບ່ວງຕັກນໍ້າແກງໃສ່ປາກແລ້ວດູດເຂົ້າ.
ຕົວຢ່າງ:
ລູກເອີ້ຍ! ເວລາກິນເຂົ້າຮ່ວມພາກັບຜູ້ໃຫຍ່ຢ່າຊົດນໍ້າແກງແຮງຫຼາຍ ມັນບໍ່ສຸພາບ.
ຄຳວ່າ ໂຊດ.
ໂຊດ ເປັນທັງຄໍານາມ ແລະ ຄໍາຄຸນນາມ ເຊິ່ງມີຄວາມແຕກຕ່າງກັນເຊັ່ນ:
ໂຊດ (ຄໍານາມ): ເປັນຊື່ເອີ້ນຟານຕົວໃຫຍ່ກວ່າໝູ່ ເອີ້ນຟານໂຊດ.
ຕົວຢ່າງ:
ເມື່ອຄາວຍັງນ້ອຍຂ້ອຍໄປຍ່າງປ່າກັບພໍ່ ຂ້ອຍໄດ້ແນມເຫັນຟານໂຊດໂຕໜຶ່ງ ຖືວ່າເປັນບຸນຕາຂອງຂ້ອຍຫຼາຍ ເພາະສະໄໝນີ້ມັນຫາເບິ່ງໄປຍາກແລ້ວ.
ໂຊດ (ຄໍາຄຸນນາມ): ມີຄວາມໝາຍວ່າ ເລີຍ, ອີ່ຫຼີ, ເລີຍແລ້ວ, ໂຊດແລ້ວ.
ຄໍາວ່າ ຊົດ ແລະ ໂຊດ ຄືກັນ ຫຼື ຕ່າງກັນ, ສາມາດໃຊ້ແທນກັນໄດ້ບໍ່?


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING