19 Apr
19Apr

ພາສາລາວ ອະທິບາຍຄວາມໝາຍຂອງຄໍາວ່າ “ບົກ”

“ບົກ” ສາມາດແປໄດຫຼາຍຄວາມໝາຍທີ່ແຕກຕ່າງກັນ ສິ່ງທີ່ເຮັດໃຫ້ຄວາມໝາຍແຕກຕ່າງກັນນັ້ນຈະຂຶ້ນກັບປະໂຫຍກທີ່ເຮົາໃຊ້ ຫລື ຄຳທີ່ມາຕໍ່ໃສ່ກັບມັນ.

”ບົກ”ເປັນຄໍານາມ ເປັນຊື່ຂອງຕົ້ນໄມ້ຊະນິດໜຶ່ງທີ່ມີຂະໜາດໃຫຍ່ ມີໜ່ວຍມົນເປືອກຂອງໜ່ວຍເປັນເມືອກຢາງ ແກ່ນໃນມີນວນສີຂາວ ມີລົດຊາດມັນກິນໄດ້ ແລະ ລໍາຕົ້ນຂອງມັນສາມາດນໍາມາໃຊ້ໃຫ້ເກີດປະໂຫຍດຫຼານຢ່າງເຊັ່ນ:ເຜົາຖ່ານ; ໃຊ້ມາປຸກຕູບໄດ້…ແຕ່ບໍນິຍົມມາໃຊ້ກໍ່ສ້າງບ້ານເຮືອນຖາວອນໄດ້ ຍ້ອນມອດມັກກິນ.
”ບົກ” ເປັນຄໍາຄຸນນາມ ໝາຍເຖິງການແຫ້ງລົງ; ການຫຼຸດລົງຂອງປະລິມານຂອງທາດແຫຼວ ຫຼື ນໍ້າ ນັ້ນເອງ ເຊັ່ນ: ນໍ້າຢູ່ໜ້າເຂື່ອນບົກລົງ; ໜອງປາບົກລົງ;ແມ່ນໍ້າລໍາເຊບົກລົງຫຼາຍໃນປີນີ້ຍ້ອນຝົນບໍ່ຕົກ…ເຊິ່ງກໍ່ມີຄວາມໝາຍວ່າແຫ້ງລົງນັ້ນເອງ.
“ບົກ” ໝາຍເຖິງສະຖານທີ່ ທີມີການປຽບທຽບກັນລະຫວ່າງໜ້າດິນກັບນໍ້າ ເຊັ່ນວ່າໜ້າດິນທີ່ຢູ່ແຄມຝັ່ງແມ່ນໍ້າເຮົາຈະເອີ້ນວ່າ ບົກ ແຕ່ຄວາມໝາຍກວ້າງຂວາງກໍ່ຄື ບົກ ໝາຍເຖິງໜ້າດິນທັງໝົດທີ່ເປັນບ່ອນແຫ້ງບໍ່ມີນໍ້າ ຕົວຢ່າງ: ສັດບົກ ໝາຍເຖິງສັດທີ່ດໍາລົງຊີວິດຢູ່ເທິງໜ້າດິນທີ່ບໍ່ສາມາດຫາຍໃຈຢູ່ໃນນໍ້າໄດ້ ເຊັ່ນ:ຊ້າງ;ມ້າ;ງົວ; ຄວາຍ… ສ່ວນສັດນໍ້າ ກໍ່ຄືສັດທີ່ອາໄສຢູ່ໃນນໍ້າ ບໍ່ສາມາດຫາຍໃຈຢູ່ເທິງບົກໄດ້ ເຊັ່ນ: ປູ;ປາ; ກຸ້ງ; ຫອຍ…ແຕ່ຖ້າທຽບໃສ່ຄົນກໍ່ຈະມີຄວາມໝາຍຕ່າງອີກເຊັ່ນວ່າ: ....

ເບິ່ງລາຍລະອຽດໄດ້ທີ່: ພາສາລາວ ຄໍາວ່າ “ບົກ” ແລະ ຄວາມໝາຍຂອງມັນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido 

น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING