ຕາມທີ່ໄດ້ສັງເກດທີ່ຜ່ານໆມາເຫັນຫຼາຍຄົນທີ່ສະກົດຄຳນີ້ຍັງບໍ່ຖືກ ແລະ ເຂົ້າໃຈຜິດຈາກການສະກົດ ຫລື ພິມ “ສໍ່າ” ຜິດຜ້ຽນໄປເປັນ “ຊໍ່າ” ກາຍເປັນການໃຊ້ແບບຜິດ ແລະ ເປັນຄຳທີ່ບໍ່ມີຄວາມໝາຍຫາກສະກົດແບບນີ້.
ດັ່ງນັ້ນ, ເພື່ອຄວາມກະຈ່າງແຈ້ງບັນຫານີ້ ຈຶ່ງເປີດວັດຈະນານຸກົມ ແລະຄຳກອນບູຮານລາວພົບວ່າ
“ສໍ່າ” ທີ່ປະກອບດ້ວຍອັກສອນສູງ “ສ” ສະຫຼະ xຳ, ວັນນະຍຸດເອກ ມີອະທິບາຍໄດ້ດັ່ງນີ້:
“ສໍ່າ” ມີຄວາມຫມາຍບົ່ງບອກເຖິງຂະໜາດ, ຮຸ່ນຮາວ, ທໍ ເທົ່າ, ພວກ, ໜູ່ ຫລື ຊະນິດ ເຊັ່ນ
ຕົວຢ່າງ:
ເຮັດໄດ້ສ່ຳນີ້ຫວາ = ເຮັດໄດ້ເທົ່ານີ້ຫວາ,
ລາວໄດ້ຕຳແໜ່ງສ່ຳຂ້ອຍ = ລາວມີຕ່ຳແໜ່ງເທົ່າຂ້ອຍ,
ສ່ຳສອງກິໂລ ຫ້າແສນກີບຈ່າຍໄດ້ສະບາຍຢູ່ແລ້ວ = ຂະໜາດສອງກິໂລ ຫ້າແສນກີບຈ່າຍໄດ້ສະບາຍຢູ່ແລ້ວ, ສ່ຳສັດ, …
“ສໍ່າ” ອີກຄວາມໝາຍໜື້ງກະຄື ການເວົ້າຄ່ອຍໆ ແລະໃກ້ຜູ້ຟັງ, ພາສາໄທຈະເວົ້າວ່າ ກະຊິບ (กระซิบ)
ຕົວຢ່າງ:
ແມ່ຂ້ອຍມາສ່ຳໃສ່ຫູຂ້ອຍວ່າ ຢ່າໃຫ້ນ້ອງຫລິ້ນໂທລະສັບຫລາຍເດີ = ແມ່ຂ້ອຍມາເວົ້າໃສ່ຫູຂ້ອຍຄ່ອຍໆວ່າ ຢ່າໃຫ້ນ້ອງຫລິ້ນໂທລະສັບຫລາຍເດີ
ພາສາໄທຈະເວົ້າວ່າ แม่กระซิบบอกหนูว่าไม่ให้น้องเล่นมือถือมากเกินไป
ສະເໜີຄຳວ່າ “ສໍ່າ” ແລະ “ຊ່ຳ” ໃຊ້ຄຳໃດຈຶ່ງຈະຖືກຕ້ອງ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido