12 Jul
12Jul

ອະທິບາຍພາສາລາວກັບຄຳວ່າ ບັນຫາ ແລະ ປັນຫາ.

ຖ້າຫາກຈະເວົ້າເຖິງສິ່ງທີ່ຕ້ອງໄດ້ແກ້ໄຂຕ່າງໆ ແລະ ໃນໂລກນີ້ຍັງມີຫລາຍໆຢ່າງທີ່ຕ້ອງໄດ້ແກ້ໄຂ, ບໍ່ວ່າຈະເປັນບັນຫາເລື່ອງລາວຂອງບ້ານເມືອງ, ເລື່ອງຂອງພະຍາດລະບາດໂຄວິດ19 ຫລື ພະຍາດໄຂ້ເລືອດອອກ, ບັນຫາຂອງພາສາຄຳເວົ້າຕ່າງໆ, ເຊິ່ງໃນນັ້ນຄຳທີ່ເຮົາຈະເອົາມາອະທິບາຍກັນກໍກ່ຽວຂ້ອງກັບເລື່ອງລາວຕ່າງໆທີ່ໄດ້ເວົ້າມານີ້.

DooDiDo

ໃນພາສາລາວຄຳວ່າ ບັນຫາ ແລະ ປັນຫາ ອາດຈະສະກົດຄຳແຕກຕ່າງກັນເລັກນ້ອຍລະຫວ່າງ ອັກສອນຕົວ ບ ແລ ອັກສອນຕົວ ປ, ແຕ່ວ່າເຖິງຈະສະກົດຄຳດັ່ງກ່າວຕ່າງກັນກໍ່ຕາມ, ຖ້າຈະເວົ້າເຖິງເນື້ອໃນຄວາມໝາຍຂອງທັງສອງຄຳແມ່ນຄ້າຍຄືກັນ ຫລື ເວົ້າໄດ້ວ່າເປັນຄວາມໝາຍອັນດຽວກັນເລີຍກໍວ່າໄດ້, ເພາະທຸກສິ່ງທຸກຢ່າງທີ່ຕ້ອງການການປືກສາຫາລືຫາທາງອອກ ຕ້ອງການການແກ້ໄຂໃນເລື່ອງນັ້ນໆບໍ່ວ່າຈະເປັນເລື່ອງໃຫຍ່ ຫລື ນ້ອຍ ລ້ວນແລ້ວແຕ່ສາມາເວົ້າໄດ້ວ່າເປັນ ບັນຫາ ຫລື ປັນຫາ.
ຄຳວ່າ ບັນຫາ.
ໝາຍເຖິງເລື່ອງທີ່ຕ້ອງການປືກສາຫາລືເພື່ອຫາທາງອອກ, ເລື່ອງທີ່ຕ້ອງໄດ້ແກ້ໄຂ, ເປັນເລື່ອງທີ່ຕ້ອງປຶກສາຫາສາຍເຫດທີ່ຕ້ອງໄດ້ອະທິບາຍສິ່ງທີ່ບໍ່ຈະແຈ້ງ ຄັກແນ່, ຫົວຂໍ້ທີ່ປຶກສາຫາລືຕົກລົງກັນໃນກອງປະຊຸມ.
ຕົວຢ່າງ:
ໃນກອງປະຊຸມມື້ນີ້, ເຮົາຈະມາເວົ້າເຖິງບັນຫາກ່ຽວກັບມົນລະຜິດສິ່ງແວດລ້ອມ.
ບັນຫາຂອງແຮງງານຢູ່ບ້ານເຮົາກຳລັງພົບຢູ່ນີ້ກໍ່ຄົງຈະແມ່ນບັນຫາປາກທ້ອງເປັນບັນຫາໃຫຍ່.
ບັນຫາ ແລະ ປັນຫາ ມີຄວາມໝາຍຄືກັນຕ່າງກັນແນວໃດ?


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING